ປະກອບຄຳເຫັນໃສ່ຮ່າງ ກົດໝາຍວ່າດ້ວຍການ ຈັດຕັ້ງອຳນາດການ ປົກຄອງທ້ອງຖີ່ນ

ປະກອບຄຳເຫັນໃສ່ຮ່າງ ກົດໝາຍວ່າດ້ວຍການ ຈັດຕັ້ງອຳນາດການ ປົກຄອງທ້ອງຖີ່ນ - ảnh 1
ກອງປະຊຸມໄດ້ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ

(vovworld) –  ​ໂດຍ​ປະຕິບັດ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ ປີ 2014, ຕອນ​ເຊົ້າ​ວັນ​ທີ 30/6, ຢູ່​ນະຄອນ ​ໂຮ່ຈີ​ມິນ, ກະຊວງ​ພາຍ​ໃນ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ. ຜູ້​ແທນ​ເກືອບ 100 ທ່ານ​ຂອງ​ 22 ​ແຂວງ, ນະຄອນ​ພາກ​ໃຕ້​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ການກຳນົດຫົວໜ່ວຍ​ບໍລິຫານ, ​ຊື່​ເອີ້ນ​ຂອງ “ນະຄອນ” ສຳລັບ​ຫົວໜ່ວຍ​ບໍລິຫານ​​ທຽບເທົ່າ​​ນະຄອນຂຶ້ນ​ກັບ​ສູນ​ກາງ. ມີຫຼາຍຄຳ​ເຫັນ​​ໄດ້​ສະ​ເໜີ​​ເຮັດ​ແຈ້ງ​ບັນດາ​ຫຼັກການ​, ມາດ​ຖານ ​ແລະ ສິດ​ຕັດສິນກ່ຽວ​ກັບ​ຫົວໜ່ວຍ​ບໍລິຫານ​ທຸກ​ຂັ້ນ, ​ເນື້ອ​ໃນ​ການ​ແບ່ງ​ຂັ້ນ​, ​ແບ່ງ​ສິດ​ອຳນາດ​ລະຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖີ່​ນ ທ່ານ ​ໂດ໋ຕ໋ຽນ​ແມ້ງ, ຮອງ​ຫົວ​ໜ້າ​ຫ້ອງ​​ການ​ສະພາ​ປະຊາຊົນ​ແຂວງ ບິ່ງ​ເຟືອ​ກ, ປະກອບ​ຄຳ​ເຫັນ​ວ່າ:

    “ບັນດາ​ມາດ​ຕາ​ລະອຽດ​ສ່ວນ​ຫຼາຍ​ແມ່ນເວົ້າ​ເຖິງ​ການ​ເຄື່ອນ​ໄຫວ ຫຼາຍ​ກ່ວາ​ການຈັດ​ຕັ້ງ, ບັນດາ​ມາດຕາ​ກຳນົດ​ກ່ຽວ​ກັບ​ການຈັດ​ຕັ້ງ​ບໍ່​ຫຼາຍ ​ແລະ ຖືກ​ລະບຸ​ໄວ້​ຢູ່​ໝວດ​ຕ່າງໆ, ດັ່ງ​ນັ້ນ​ຄວນ​ລວບ​ລວມ​ເປັນໝວດ​ສະ​ເພາະ​ລວມມີ​ການຈັດ​ຕັ້ງ​ສະພາ​ປະຊາຊົນ​ແຂວງ, ​ເມືອງ, ຕາ​ແສງ​ໃຫ້​ຈະ​ແຈ້ງ. ທີ 2 ​ກ່ຽວ​ກັບ​ການຈັດ​ຕັ້ງ​ຜູ້ປະຈຳ​ສະພາ​ປະຊາຊົນ ​ຄວນກຳນົດ​ລະ​ອຽດຈຳນວນ​ຮອງ​ປະທານ ​ແລະ ຍົກ​​ເລິກຕຳ​ແໜ່​ງກຳມະການ​ປະຈຳ, ​ໃນ​ຮ່າງ​ກົດໝາຍ ບໍ່​ທັນ​ເວົ້າ​ລະອຽດ​ຜູ້​ປະຈຳສະພາ​ປະຊາຊົນ​ແຂວງ​ລວມມີ​ຮອງ​ປະທານ ​​ແລະ ກຳມະການ​ຈັກ​ຄົນ​ເທື່ອ ”


ຂ່າວ/ບົດ​ອື່ນ