ປະກາດການເຊື່ອມຕໍ່ກົນໄກປະຕູດຽວແຫ່ງຊາດ
(ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ
ກ່າວຄຳເຫັນທີ່ພິທີປະກາດການເຊື່ອມຕໍ່ປະຕູດຽວແຫ່ງຊາດ)
(vovworld) – ຕອນເຊົ້າວັນທີ 12/11, ຢູ່ຮ່າໂນ້ຍ, ກົມໃຫຍ່ພາສີ, ກະຊວງການເງິນ ໄດ້ຈັດພິທີປະກາດວຽກງານຜັນຂະຫຍາຍກົນໄກປະຕູດຽວແຫ່ງຊາດ ຢູ່ທ່າກໍ່າປັ່ນສາກົນຢ່າງເປັນທາງການ, ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບການປະຕິບັດທົດລອງກົນໄກປະຕູດຽວແຫ່ງຊາດ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບກົນໄກປະຕູດຽວອາຊຽນ ແລະ ກົນໄກປະຕູດຽວແຫ່ງຊາດ, ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ຜ່ານວິວັດແຫ່ງການຜັນຂະຫຍາຍການປະຕິບັດ, ຕ້ອງສືບຕໍ່ສ້າງກົດລະບຽບການສົມທົບ, ຈາກນັ້ນສ້າງຖືເປັນພື້ນຖານນິຕິກຳເພື່ອຜັນຂະຫຍາຍ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ, ນີ້ແມ່ນເນື້ອໃນສຳຄັນນອນໃນນະໂຍບາຍສັງລວມກ່ຽວກັບການປະຕິຮູບລະບຽບຫານບໍລິການຂອງລັດຖະບານ.
“ໂດຍອີງໃສ່ໂຄງການ, ແຜນການຂອງຄະນະຊີ້ນຳ, ພວກເຮົາສືບຕໍ່ຜັນຂະຫຍາຍການເຊື່ອມຕໍ່. ເຮັດແນວໃດເພື່ອຫັນລະບຽບການບໍລິຫານເປັນງ່າຍດາຍ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ວຽກງານຂາອອກ, ຂາເຂົ້າ ແລະ ໃຫ້ສິນຄ້າຜ່ານຊາຍແດນ, ກ່ອນອື່ນໝົດແມ່ນຢູ່ທ່າກໍ່າປັ່ນສາກົນ, ຫຼັງຈາກນັ້ນແມ່ນຢູ່ບັນດາດ່ານຊາຍແດນສາກົນ, ບັນດາກະຊວງ ຕ້ອງຜັນຂະຫຍາຍວຽກງານຂອງຕົນຢ່າງຕັ້ງໜ້າ ແລະ ມີການສົມທົບກັນໃຫ້ດີທີ່ສຸດ.”
ຕາມແຜນການ, ແຕ່ເດືອນ 12/2014, ກົນໄກປະຕູດຽວແຫ່ງຊາດ ຈະເຊື່ອມຕໍ່ບັນດາລະບຽບການບໍລິຫານຂອງກະຊວງອຸດສາຫະກຳການຄ້າ; ແຕ່ເດືອນ 06/2015, ເຊື່ອມຕໍ່ບັນດາລະບຽບການບໍລິຫານຂອງກະຊວງຕ່າງໆຄື: ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກ; ກຽມພ້ອມການເຊື່ອມຕໍ່ກົນໄກປະຕູດຽວ.