ປະກາດຄຳສັ່ງຂອງປະທານປະເທດກ່ຽວກັບ13ກົດໝາຍ,ລັດຖະບັນຍັດແລະມະຕິ

ປະກາດຄຳສັ່ງຂອງປະທານປະເທດກ່ຽວກັບ13ກົດໝາຍ,ລັດຖະບັນຍັດແລະມະຕິ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີນ​ຊາງ
ພາບ:vov

 (vovworld)- ຕອນ​ເຊົ້າ​ວັນ​ທີ 17/7, ຫ້ອງວ່າ​ການ​ປະ​ທານ​ປະ​ເທດ​ໄດ້​ຈັດ​ການ​ປະ​ຊຸມ​ຂ່າວ​ປະ​ກາດ​ບັນ​ດາ​ຄຳ​ສັ່ງ​ຂອງ​ປະ​ທານ​ປະ​ເທດ​ກ່ຽວ​ກັບ​ກົດ​ໝາຍ11 ສະ​ບັບ, ມະ​ຕິ ສະ​ບັບ​ຫນຶ່ງ ແລະ ລັດ​ຖະ​ບັນ​ຍັດ ສະ​ບັບ​ຫນຶ່ງ ຫາກໍ​ໄດ້​ຮັບ​ຮອ​ງ​ເອົາ​ທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 13. ກົດ​ໝາຍ 11 ສະ​ບັບ​ໄດ້​ຮັບ​ການ​ປະ​ກາດ​ໃນ​ຄັ້ງ​ນີ້ ລວມ​ມີ: ກົດ​ໝາຍ​ວ່າ​ດ້ວຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ; ກົດ​ໝາຍ​ວ່າ​ດ້ວຍ​ສັດ​ຕະ​ວະ​ແພດ; ກົດ​ໝາຍ​ວ່າ​ດ້ວຍ​ພັນ​ທະ​ການ​ທະ​ຫານ; ກົດ​ໝາຍ​ວ່າ​ດ້ວຍ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ; ກົດ​ໝາຍ​ວ່າ​ດ້ວຍ​ອົງ​ການ​ລັດ​ຖະ​ບານ; ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ກາດ​ໃຊ້​ເອ​ກະ​ສານ​ນິ​ຕິ​ກຳ; ກົດ​ໝາຍ​ວ່າ​ດ້ວຍການກວດ​ສອບແຫ່ງ​ລັດ; ກົດ​ໝາຍ​ວ່າ​ດ້ວຍ​ຊັບ​ພະ​ຍາ​ກອນ​ສິ່ງ​ແວດ​ລ້ອມ​ທະ​ເລ ແລະ ໝູ່​ເກາະ; ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ; ກົດ​ໝາຍ​ວ່າ​ດ້ວຍ​ຄວ​າມ​ປອດ​ໄພ​ຫລັກ​ອະ​ນາ​ໄມ​ແຮງ​ງານ; ກົດ​ໝາຍ​ວ່າ​ດ້ວຍ​ງົບ​ປະ​ມານ​ແຫ່ງ​ລັດ. ສ່ວນ​ລັດ​ຖະ​ບັນ​ຍັດ​ສະ​ບັບ​ຫນຶ່ງ​ໄດ້​ຮັບ​ການ​ປະ​ກາດ​ແມ່ນ​ລັດ​ຖະ​ບັນ​ຍັດ​ວ່າ​ດ້ວຍ​ຕຳ​ຫລວດ​ສິ່ງ​ແວດ​ລ້ອມ ແລະ ມະ​ຕິ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ໄດ້​ຊົມ​ໃຊ້​ປະ​ກັນ​ສັງ​ຄົມ​ໃນ​ເທື່ອ​ຫນຶ່ງ​ສຳ​ລັບ​ຄົນ​ງານ.

ຂ່າວ/ບົດ​ອື່ນ