ປະກາດຍຸດທະສາດ ຂຸດຄົ້ນ,ນຳໃຊ້ຊັບ ພະຍາກອນທະເລ ຮອດປີ 2020
Ngọc Anh -  
(ພາບ: VGP/Thu Cúc)
(vovworld)- ຕອນເຊົ້າວັນທີ 2/4, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມໄດ້ຈັດພິທີປະກາດຍຸດທະສາດຂຸດຄົ້ນ, ນຳໃຊ້ຊັບພະຍາກອນໝັ້ນຄົງ ແລະ ປົກປັກຮັກສາສິ່ງແວດລ້ອມທະເລຮອດປີ 2020, ວິໄສທັດຮອດປີ 2030.
ຈຸດປະສົງສັງລວມຂອງຍຸດທະສາດແມ່ນຮອດປີ 2020, ຫວຽດນາມ ຊຸກຍູ້ການ ຂຸດຄົ້ນ, ນຳໃຊ້ບັນດາແຫຼ່ງຊັບພະຍາກອນທຳມະຊາດທະເລຕາມທິດໝັ້ນຄົງ, ຮັກສາຄຸນນະພາບສິ່ງແວດລ້ອມທະເລເພື່ອຈຸດໝາຍພັດທະນາປະເທດຊາດໝັ້ນຄົງ. ດຣ ຫງວຽນວັນຕ່າຍ ຫົວໜ້າສະຖາບັນຍຸດທະສາດ, ນະໂຍບາຍຊັບພະຍາກອນ ແລະ ສິ່ງແວດລ້ອມໃຫ້ຮູ້ວ່າ:
“ເພື່ອຂຸດຄົ້ນທັງຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຈາກທະເລ, ພ້ອມທັງປົກປັກຮັກສາສິ່ງແວດລ້ອມທະເລໄດ້, ກ່ອນອື່ນໝົດພວກເຮົາຕ້ອງເຂົ້າໃຈທະເລ ແລະ ຊັບພະຍາກອນທະເລ. ຕ້ອງຊອກຮູ້ຄວາມສາມາດບົ່ມຊ້ອນຂອງທະເລ. ທີ 2, ຕີລາຄາຄວາມສາມາດບົ່ມຊ້ອນ, ທີ່ຕັ້ງຂອງທະເລ, ພະຍາກອນອຸຕຸນິຍົມ ອຸທົກກະສາດ. ຈາກນັ້ນ, ພວກເຮົາມີວິທີຂຸດຄົ້ນຊັບພະຍາກອນທະເລໝັ້ນຄົງ, ເໝາະສົມ ແລະ ມີປະສິດທິຜົນ. ພວກເຮົາພັດທະນາເສດຖະກິດທະເລ, ຕ້ອງສ້າງຄວາມຮັ່ງມີຈາກທະເລ ແລະ ກາຍເປັນປະເທດເຂັ້ມແຂງຍ້ອນມີທະເລ“.
Ngọc Anh