(vovworld) – ຫ້ອງວ່າການປະທານປະເທດ ໄດ້ຈັດຕັ້ງການປະຊຸມຂ່າວໃນວັນທີ 9/12 ເພື່ອປະກາດຄຳສັ່ງຂອງປະທານປະເທດກ່ຽວກັບ ລັດຖະທຳມະນູນປະເທດ ສສ ຫວຽດນາມ ແລະ ມະຕິກຳນົດບາງຂໍປະຕິບັດລັດຖະທຳມະນູນປະເທດ ສສ ຫວຽດນາມ. ກ່ອນໜ້ານັ້ນ, ວັນທີ 8/12, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເຊັນຄຳສັ່ງປະກາດລັດຖະທຳມະນູນປະເທດ ສສ ຫວຽດນາມ (ລັດຖະທຳມະນູນສະບັບປັບປຸງ) ແລະ ມະຕິກຳນົດບາງຂໍກ່ຽວກັບປະຕິບັດລັດຖະທຳມະນູນ ປະເທດ ສສ ຫວຽດນາມ.
ລັດຖະທຳມະນູນປະເທດ ສສ ຫວຽດນາມ (ສະບັບປັບປຸງ) ທີ່ສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ມີຜົນສັດສິດແຕ່ວັນທີ 1/1/2014 ເປັນຕົ້ນໄປ. ເນື່ອງໃນເຫດການນີ້, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ, ປະທານກຳມາທິການປັບປຸງລັດຖະທຳມະນູນ, ມີບົດຂຽນຢັ້ງຢືນຄວາມສຳຄັນພິເສດຂອງເຫດການການເມືອງ - ນິຕິກຳ ທີ່ມີລັກສະນະປະຫວັດສາດນີ້.