ປະກາດລາຍການຈັດງານຕະຫຼາດນັດສິນຄ້າຫວຽດນາມທີ່ມີຄຸນນະພາບສູງ

ປະກາດລາຍການຈັດງານຕະຫຼາດນັດສິນຄ້າຫວຽດນາມທີ່ມີຄຸນນະພາບສູງ - ảnh 1
ປະ​ກາດ​ລາຍ​ການຈັດງານ​ຕະ​ຫຼາດ​ນັດ
​ສິນ​ຄ້​າ​ຫວຽ​ດ​ນາມ​ທີ່​ມີ​ຄຸນ​ນະ​ພາບ​ສູງ
(ພາບ: khampha.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 20/09, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ສິນ​ຄ້າ​ຫວຽດ​ນາມ ມີ​ຄຸນ​ນະ​ພາບ​ສູງ ໄດ້​ປະ​ກາດ​ລາຍ​ການ​​ຈັດ​ງານ​ຕະ​ຫຼາດ​ນັດທີ່​ມີ​ຄຸນ​ນະ​ພາບ​ສູງ, ຂະ​ແໜງອາ​ຫານ - ຜະ​ລິດ​ຕະ​ພັ​ນ​ກະ​ເສດ​ສະ​ອາດ. ລາຍ​ການ​ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 06 – 09/10 ຈະ​ມາ​ເຖິງ​ຢູ່​ຮ່າ​ໂນ້ຍ. ເຂົ້າ​ຮ່ວມ​ງານ​ຕະ​ຫຼາດ​ນັດ​ມີ 130 ວິ​ສາ​ຫ​ະ​ກິດ, ດ້ວຍ​ຮ້ານ​ວາງ​ສະ​ແດງ 200 ຮ້ານ​ທີ່​ວາງ​ສະ​ແດງ​​ຜັກ, ໝາກ​ໄມ້, ຜະ​ລິດ​ຕະ​ພັນ​ກະ​ເສດຊະ​ນິດ​ຕ່າງໆ ​ຈາກ​ຫຼາຍ​ເຂດ​ແຄ້ວ​ນ​ໃນ​ທົ່ວ​ປະ​ເທດ. ທ່ານ​ນາງ ວູ​ທິ​ກິມ​ແຮ້ງ, ປະ​ທານ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ສິນ​ຄ້າ​ຫວຽດ​ນາມ ທີ່​ມີ​ຄຸນ​ນະ​ພາ​ບ​ສູງ ໃຫ້​ຮູ້​ວ່າ.

        “ທີ່​ງານ​ຕະ​ຫຼາດ​ນັດ, ມີ​ການ​ວາງ​ສະ​ແດງ​ຂອງ​ກະ​ຊວ​ງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ກ່ຽວ​ກັບ​ບັນ​ດາກິດ​ຈະ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ນຳ​ໃຊ້ວິ​ທະ​ຍາ​ສາດ​ໃຫ​້​ແກ່​ຜະ​ລິດ​ຕະ​ພັນ​ກະ​ເສດ. ຢູ່​ທີ່​ນີ້​ຈະ​ມີ​ເຂົ້າ​ສານ​ແຊບ​ ແລະ ຫອມຫຼາຍ​​ຊະ​ນິດ​ຂອ​ງ​ຫວຽດ​ນາມ ເຊິ່ງ​ພວກ​ຂ້າ​ພະ​ເຈົ້າ​ຢາກ​ຄ້​າ​ຄາຍ​ດີໃນ​​ທ້ອງຕະ​ຫຼາດ.”

ຂ່າວ/ບົດ​ອື່ນ