ປະຊາຄົມວິທະຍາສາດ ຫວຽດນາມ ປະຈຳຝລັ່ງ ສືບຕໍ່ຢືນຢັນທີ່ຕັ້ງ
(ພາບປະກອບ)
(vovworld) - ວັນທີ 25/05, ສະມາຄົມວິທະຍາສາດ ແລະ ຊ່ຽວຊານຫວຽດນາມ ປະຈຳຝລັ່ງ (AVSE) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 2 ແລະ ຍົກອອກທິດທາງໃນອາຍຸການໃໝ່. ທ່ານປະທານ AVSE ຫງວຽນດຶດເຄືອງ ຖືວ່າ ເພື່ອດຶງດູດແຫຼ່ງປັນຍາຂອງປະຊາຄົມວິທະຍາສາດ, ນັກຄົ້ນຄວ້າຫວຽດນາມ ປະຈຳຝລັ່ງກວ່າອີກ, ກໍຄືການໜູນຊ່ວຍຂອງວົງການນັກຄົ້ນຄວ້າຝລັ່ງ ຢ່າງຕັ້ງໜ້າ, AVSE ຈະສູ້ຊົນຍົກສູງທີ່ຕັ້ງ ແລະ ກຳລັງແຜ່ຂະຫຍາຍຂອງຕົນໃນປະຊາຄົມຊາວຫວຽດນາມ ຢູ່ຝລັ່ງ ແລະ ເອີລົບ, ຢືນຢັນອິດທິພົນຊື່ສຽງຂອງສະມາຄົມວິທະຍາສາດຫວຽດນາມ ໃນປະຊາຄົມວິທະຍາສາດຝລັ່ງ. ໃນອາຍຸການ 2013 – 2015 ແລະ ໃນຊຸມປີຕໍ່ໆໄປ, AVSE ຈະເພີ່ມທະວີການພັດທະນາເຄືອຂາຍບັນດານັກຄົ້ນຄວ້າວິທະຍາສາດ, ເອົາໃຈໃສ່ເຖິງຂົງເຂດຄົ້ນຄວ້າວິທະຍາສາດທຳມະຊາດ ແລະ ວິທະຍາສາດນຳໃຊ້ກວ່າອີກ. ສະມາຄົມມີແຜນນະໂຍບາຍຍູ້ແຮງການຈັດຕັ້ງບັນດາກອງປະຊຸມສຳມະນາປະຈຳປີ ຕາມທິດສະເພາະ, ລົງເລີກ; ເພີ່ມທະວີວຽກງານສ້າງການພົວພັນຄູ່ຮ່ວມມື ແລະ ຮ່ວມມືດຳເນີນທຸລະກິດກັບບັນດາອົງການຄົ້ນຄວ້າວິທະຍາສາດຂອງຝລັ່ງ ແນໃສ່ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ຝລັ່ງ; ແລກປ່ຽນກັບຄູ່ຮ່ວມມືຕ່າງໆຢູ່ຫວຽດນາມ ເພື່ອລົງທຶນເຂົ້າບັນດາໂຄງການຄົ້ນຄວ້າຕົວຈິງທີ່ມີຄວາມສາມາດໝູນໃຊ້ໃຫ້ແກ່ພາລະກິດພັດທະນາເສດຖະກິດ, ສັງຄົມ, ວິທະຍາສາດຂອງປະເທດຊາດ.