(VOVWORLD) -ເລື່ອງເປັນປະເທດເຈົ້າພາບຈັດຕັ້ງເຫດການນີ້ ຫວຽດນາມ ສະແດງໃຫ້ເຫັນ ກໍາລັງຄວາມສາມາດປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັນດາບັນຫາສາກົນ.
ກ່ອນດໍາເນີນກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ການນໍາ ອາເມລິກາ ແລະ ສປປ.ເກົາຫຼີ ຢູ່ຫວຽດນາມໃນວັນທີ 27 – 28 ກຸມພາ ຈະມາເຖິງ, ເອກອັກຄະລັດຖະທູດບັນດາປະເທດ ອາຊີ ປະຈໍາ ອີຢິບ ລ້ວນແຕ່ມີຄວາມເຊື່ອໝັ້ນ ຕໍ່ຜົນສໍາເລັດຂອງກອງປະຊຸມຄັ້ງນີ້.
ທ່ານ ໄຈນະຣົງ - ກິລະຕິຍຸດວົງ ເອກອັກຄະລັດຖະທູດໄທ ປະຈໍາ ອີຢິບ ໃຫ້ຮູ້ວ່າ:
“ຂ້າພະເຈົ້າຖືຫວຽດນາມ ແລະ ໄທ ແມ່ນສະມາຊິກໃນຄອບຄົວ ອາຊຽນ. ໄທ ຮັບຮູ້ບົດບາດນັບມື້ນັບສູງຂຶ້ນຂອງຫວຽດນາມ ໃນພາກພື້ນ. ຕາມຂ້າພະເຈົ້າແລ້ວ, ເລື່ອງຫວຽດນາມ ໄດ້ຮັບການເລືອກເຟັ້ນເປັນປະເທດເຈ້ົາພາບຈັດຕັ້ງກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ໃນຄັ້ງນີ້ ແມ່ນບາດກ້າວກະໂດດຂັ້ນອີກບາດກ້າວໜຶ່ງຂອງຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ຈະສວມບົດບາດຊ່ວຍໜູນຢ່າງຕັ້ງໜ້າໃຫ້ແກ່ກອງປະຊຸມຄັ້ງນີ້. ຂ້າພະເຈົ້າຫວັງວ່າ ການພົບປະຄັ້ງນີ້ ຈະນໍາມາເຊິ່ງສັນຕິພາບໃຫ້ແກ່ໃນພາກພື້ນ. ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ສາມາດປະຕິບັດໜ້າທີ່ດັ່ງກ່າວໄດ້ເປັນຢ່າງດີ”.
ທ່ານ Ông Premjith-Sadasivan ເອກອັກຄະລັດຖະທູດ ສິງກະໂປ ເຊິ່ງເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດຄັ້ງທໍາອິດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ໄດ້ຊົມເຊີຍ ຫວຽດນາມ ເມື່ອໄດ້ຮັບການເລືອກເຟັ້ນເປັນປະເທດຈັດຕັ້ງກອງປະຊຸມສໍາຄັນນີ້:
“ຂ້າພະເຈົ້າ ຖືວ່າເລື່ອງເລືອກເອົາຫວຽດນາມ ເປັນປະເທດຈັດຕ້ັງກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ໄດ້ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງສອງປະເທດທີ່ມີຕໍ່ ຫວຽດນາມ. ຂ້າພະເຈົ້າດີໃຈຫຼາຍ ແລະ ອວຍພອນຫວຽດນາມ ທີ່ໄດ້ຮັບການເລືອກເຟັ້ນເປັນປະເທດຈັດຕັ້ງກອງປະຊຸມສຸດຍອດທີ່ສໍາຄັນນີ້. ຄືກັນກັບ ສິງກະໂປ, ຫວຽດນາມ ມີບົດບາດເປັນປະເທດເຈົ້າພາບຈັດຕັ້ງການເຈລະຈາສໍາຄັນ ເຊິ່ງອາດຈະນໍາມາເຊິ່ງໝາກຜົນຕັ້ງໜ້າໃຫ້ແກ່ທົ່ວພາກພື້ນ.”
ສ່ວນທ່ານ Yeocheol –Yoon ເອກອັກຄະລັດຖະທູດ ສ.ເກົາຫຼີປະຈໍາ ອີຢີບ ກໍໄດ້ຍົກອອກບັນດາຄວາມມຸ່ງຫວັງ ກ່ຽວກັບໝາກຜົນຂອງການເຈລະຈາ ເພື່ອມຸ່ງໄປສູ່ການສ້າງແຫຼມເກົາຫຼີປອດນິວເຄຼຍ ແລະ ມຸ່ງໄປສ່ສັນຕິພາບ ກັບ ອາເມລິກາ.
ນອກຈາກນັ້ນ, ບັນດາອົງການສື່ສານໃຫຍ່ຂອງ ເຊັກໂກ ຄື CTK, ໜັງສືພິມ Blesk.... ກໍຖືວ່າ: ເລື່ອງເລືອກເອົາສະຖານທີ່ຈັດຕ້ັງກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ແມ່ນບັນຫາທີ່ສໍາຄັນທີ່ສຸດ ແລະ ຕ້ອງໄດ້ຮັບຄວາມເຫັນດີເຫັນພ້ອມຈາກທັງສອງຝ່າຍ. ໜຶ່ງໃນບັນດາສາເຫດ ເຮັດໃຫ້ ອາເມລິກາ ແລະ ສປປ.ເກົາຫຼີ ເລືອກເອົາ ຮ່າໂນ້ຍ ເປັນສະຖານທີ່ຈັດຕັ້ງເຫດການສໍາຄັນນີ້, ແມ່ນ ຫວຽດນາມ ມີການພົວພັນມິດຕະພາບທີ່ດີງາມ ກັບ ວໍຊິງຕັນ ກໍຄື ພຽງຢາງ ແລະ ສອງປະເທດ ລ້ວນແຕ່ມີສະຖານທູດ ປະຈໍາ ຮ່າໂນ້ຍ ແລະ ເລື່ອງເປັນປະເທດເຈົ້າພາບຈັດຕັ້ງເຫດການນີ້ ຫວຽດນາມ ສະແດງໃຫ້ເຫັນ ກໍາລັງຄວາມສາມາດປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັນດາບັນຫາສາກົນ.