ປະຊາຄົມສາກົນຊຸກຍູ້ບັນດາມາດຕະການແກ້ໄຂສຳລັບວິກິດການຢູ່ລີບີ

(VOVWORLD) -ທ່ານເລຂາທິການໃຫຍ່ສະຫະພັນອາຣັບ ແລະ ນັກການທູດສະຫະປະຊາຊາດ ໄດ້ເຫັນດີນຳກັນກ່ຽວກັບຄວາມສຳຄັນຂອງເລື່ອງ ພ້ອມກັນປະຕິບັດຄຳສັ່ງຢຸດຍິງລວມ
ປະຊາຄົມສາກົນຊຸກຍູ້ບັນດາມາດຕະການແກ້ໄຂສຳລັບວິກິດການຢູ່ລີບີ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 30 ສິງຫາ, ທ່ານເລຂາທິການໃຫຍ່ສະຫະພັນອາຣັບ (AL) Ahmed Aboul Gheit ໄດ້ມີການພົບປະກັບຜູ້ຮັກສາການຕາງໜ້າທູດພິເສດຂອງເລຂາທິການໃຫຍ່ ທ່ານນາງ Stephanie Williams ຢູ່ນະຄອນຫຼວງ ກາຍໂຣ, ປະເທດອີຢິບ ເພື່ອແນໃສ່ປຶກສາຫາລືບັນດາການຜັນແປຄັ້ງຫຼ້າສຸດກ່ຽວກັບສະພາບການຢູ່ລີບີ ແລະ ຊຸກຍູ້ບັນດາມາດຕະການແກ້ໄຂສຳລັບວິກິດການຢູ່ປະເທດອາຟະລິກາເໜືອນີ້.

        ທ່ານເລຂາທິການໃຫຍ່ສະຫະພັນອາຣັບ ແລະ ນັກການທູດສະຫະປະຊາຊາດ ໄດ້ເຫັນດີນຳກັນກ່ຽວກັບຄວາມສຳຄັນຂອງເລື່ອງ ພ້ອມກັນປະຕິບັດຄຳສັ່ງຢຸດຍິງລວມໂດຍທ່ານນາຍົກລັດຖະມົນຕີສາມັກຄີຊົນຊາດລີບີ (GNA) Fayez al Sarraj ແລະ ທ່ານປະທານອົງການນິຕິບັນຍັດອຳນາດການປົກຄອງທາງທິດຕາເວັນອອກລີບີ Aguila Saleh ປະກາດໃນວັນທີ 21 ສິງຫາ ຜ່ານມາ.

        ທ່ານເລຂາທິການໃຫຍ່ Ahmed Aboul Gheit ໄດ້ຢືນຢັນຫຼັກໝັ້ນຂອງ AL ແມ່ນຢາກຊອກຫາມາດຕະການແກ້ໄຂຢ່າງຮອບດ້ານໃຫ້ແກ່ວິກິດການລີບີ ຜ່ານການເຈລະຈາ ເພື່ອບັນລຸໄດ້ຂໍ້ຕົກລົງຢຸດຍິງໄລຍະຍາວ ພາຍໃຕ້ການອຸປະຖຳ ແລະ ຕິດຕາມຂອງສະຫະປະຊາຊາດ. ສ່ວນທ່ານນາງ Stephanie Williams ກໍ່ແບ່ງປັນບັນດາຄວາມມານະພະຍາຍາມຂອງສະຫະປະຊາຊາດ ເພື່ອແນໃສ່ບັນລຸໄດ້ມາດຕະການຢຸດຕິວິກິດການລີບີ.

ຕອບກັບ

ຂ່າວ/ບົດ​ອື່ນ