ປະຊາຄົມສາກົນປາດຖະໜາຢາກຮັບປະກັນສິດເສລີ,ຄວາມປອດໄພໃນການເດີນທະເລ,ການບິນຢູ່ທະເລຕາເວັນອອກ
ຈີນການເຄື່ອນໄຫວຖົມດິນເປີດກວ້າງເກາະຢ່າງຜິດກົດໝາຍ
ຢູ່ທະເລຕາເວັນອອກ
(ພາບ: Epic Times)
(vovworld) - ໂດຍສືບຕໍ່ມື້ເຮັດວຽກທີ່ 2 ຂອງກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 7, ໂດຍສະຖາບັນການຕ່າງປະເທດ, ກອງທຶນໜູນຊ່ວຍຄົ້ນຄວ້າທະເລຕາເວັນອອກ ແລະ ສະມາຄົມນັກທະນາຍຄວາມຫວຽດນາມ, ສົມທົບກັນຈັດຕັ້ງ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນຫາກົດໝາຍ, ແງ່ຫວັງແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ ແລະ ວາລະປະຊຸມທົດລອງເພື່ອຊອກຫາມາດຕະການແກ້ໄຂໃຫ້ທະເລຕາເວັນອອກ.
ກ່ອນໜ້ານັ້ນ, ໃນມື້ເຮັດວຽກທຳອິດ, ເຊິ່ງດຳເນີນໃນວັນທີ 23/11, ບັນດາຜູ້ແທນໄດ້ສະເໜີ 14 ບົດທາບທາມຄວາມເຫັນ ແລະ ເກືອບ 40 ຄຳເຫັນປຶກສາຫາລືໄຈ້ແຍກສະພາບການໂລກ ທີ່ກະທົບເຖິງການຂັດແຍ້ງກັນຢູ່ທະເລຕາເວັນອອກ ແລະ ບັນດາການຜັນແປຫວ່າງມໍ່ໆມານີ້ທີ່ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ. ບັນດາຜູ້ແທນໄດ້ຢືນຢັນວ່າທຸກປະເທດຈະລ້ວນແຕ່ໄດ້ຮັບຜົນປະໂຫຍດ ເມື່ອທະເລຕາເວັນອອກມີສັນຕິພາບ, ສະຖຽນລະພາບ ແລະ ປາດຖະໜາຮັບປະກັນສິດເສລີ, ຄວາມປອດໄພໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ. ສະແດງຄວາມວິຕົກກັງວົນຕໍ່ການເຄື່ອນໄຫວຖົມດິນເປີດກວ້າງເກາະຢ່າງຜິດກົດໝາຍດ້ວຍຂອບຂະໜາດໃຫຍ່, ກໍ່ສ້າງລານບິນ ແລະ ອາດສາມາດຕິດຕັ້ງບັນດາ ອຸປະກອນການທະຫານຂອງຈີນ ຢູ່ບັນດາກິດຈະກຳດັ່ງກ່າວໃນທະເລຕາເວັນອອກ, ບັນດານັກຮຽນຮູ້ຖືວ່າ, ຝ່າຍຕ່າງໆຕ້ອງມີບັນດາມາດຕະການສຳພັດຫຼາຍຝ່າຍ, ຍົກສູງບັນດາເວທີປາໄສປ້ອງກັນຄວາມສະຫງົບໃນພາກພື້ນ, ເຄົາລົບທັດສະນະລວມຂອງປະເທດຕ່າງໆ ແລະ ເຄົາລົບກົດໝາຍສາກົນ.