ປະຊາຊົນ ເອີລົບ ນັບພັນໆຄົນເຂົ້າຮ່ວມການເດີນຂະບວນຄັດຄ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

(VOVWORLD) - ໂດຍບໍ່ຫົວຊາຕໍ່ສະພາບອາກາດບໍ່ສະດວກ, ມີປະຊາຊົນນັບ 1.000 ຄົນໄດ້ລົງຖະໜົນຢູ່ນະຄອນຫຼວງ Rome.

ເນື່ອງໃນໂອກາດວັນໂລກຕ້ານການໃຊ້ຄວາມຮຸນແຮງ (ຄືວັນທີ 25 ພະຈິກ), ປະຊາຊົນນັບໝື່ນໆຄົນຢູ່ເອີລົບ ໄດ້ລົງຖະໜົນເດີນຂະບວນເພື່ອແນໃສ່ຄັດຄ້ານການໃຊ້ຄວາມຮຸນແຮງສຳລັບແມ່ຍິງ.

        ວັນທີ 24 ພະຈິກ, ຢູ່ປະເທດ ສ. ຝລັ່ງ, ການເດີນຂະບວນໃນທົ່ວປະເທດໄດ້ດຶງດູດປະມານ 50.000 ຄົນເຂົ້າຮ່ວມ ເພື່ອແນໃສ່ນຳການກ່າວປະນາມການໃຊ້ຄວາມຮຸນແຮງທາງເພດສຳພັນເຂົ້າເປັນຈຸດສຸມຂອງຂະບວນການ #Metoo, ເຊິ່ງເປັນການກ່າວປະນາມ ແລະ  ລົບລ້າງການລ່ວງເກີນທາງເພດສຳລັບແມ່ຍິງ.

        ຢູ່ ອີຕາລີ, ໂດຍບໍ່ຫົວຊາຕໍ່ສະພາບອາກາດບໍ່ສະດວກ, ມີປະຊາຊົນນັບ 1.000 ຄົນໄດ້ລົງຖະໜົນຢູ່ນະຄອນຫຼວງ Rome. ກໍ່ໃນວັນດຽວກັນ, ປະຊາຊົນຢູ່ເຊີແນວ, ປະເທດສະວິດ ແລະ ອາແທນ, ປະເທດ ເກຼັກ ກໍ່ໄດ້ລົງຖະໜົນເຊັ່ນດຽວກັນເພື່ອສະແດງການສະໜັບສະໜູນຕໍ່ບັນດາແມ່ຍິງຖືກໃຊ້ຄວາມຮຸນແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ