ປະຊາຊົນນັບຮ້ອຍຄົນເຂົ້າຮ່ວມວັນບຸນບໍລິຈາກເລືອດ “ຢາດເລືອດແດງເຂດໄຕງວຽນເໜືອ”

(VOVWORLD) - ວັນທີ 25 ມິຖຸນາ, ທີ່ນະຄອນ ກອນຕຸມ, ຄະນະຈັດຕັ້ງຂະບວນການບໍລິຈາກເລືອດ, ຄະນະຊີ້ນຳການຂົນຂວາຍບໍລິຈາກເລືອດອາສາສະໝັກແຂວງ ກອນຕຸມ

ສົມທົບກັນຈັດຕັ້ງວັນບຸນບໍລິຈາກເລືອດ “ຢາດເລືອດແດງເຂດໄຕງວຽນເໜືອ”. ທີ່ວັນບຸນບໍລິຈາກເລືອດ, ຄະນະຈັດຕັ້ງໄດ້ຮັບເລືອດ 238 ຖົງ. ມາຮອດປັດຈຸບັນ, ຢູ່ເຂດໄຕງວຽນ, ຄະນະຈັດຕັ້ງຂະບວນການບໍລິຈາກເລືອດ ໄດ້ຮັບເລືອດ 403 ຖົງແລ້ວ.

        “ຂະບວນການບໍລິຈາກເລືອດ” ແມ່ນບັ້ນສື່ສານໂຄສະນາຂະໜາດໃຫຍ່ກ່ຽວກັບການບໍລິຈາກເລືອດໃນທົ່ວປະເທດ. ໜ້າທີ່ຈຸດສຸມຂອງການເຄື່ອນໄຫວແມ່ນຂົນຂວາຍທົ່ວປວງຊົນເຂົ້າຮ່ວມການບໍລິຈາກເລືອດມະນຸດສະທຳ ແລະ ປ້ອງກັນ, ຕ້ານພະຍາດເລືອດຈ່າງມາແຕ່ເກີດ.

ຕອບກັບ

ຂ່າວ/ບົດ​ອື່ນ