ປະຕິບັດສັນຍາຮ່ວມມືແຮງງານລະຫວ່າງຫວຽດນາມ-ລາວ

ປະຕິບັດສັນຍາຮ່ວມມືແຮງງານລະຫວ່າງຫວຽດນາມ-ລາວ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ
(ພາບປະກອບ)

(vovworld) - ຫວ່າງ​ແລ້ວ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ຫາ​ກໍ່​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ປະກາດ​ໃຊ້​ແຜນການ​ປະຕິບັດ​ສັນຍາ​​ຮ່ວມ​ມື​ແຮງ​ງານ​ລະຫວ່າງລັດຖະບານ​ຫວຽດນາມ​ ​ແລະ ລັດຖະບານລາວ. ​ໃນ​ນັ້ນ​ກຳນົດ​ໜ້າ​ທີ່, ​ແບ່ງ​ງານ ​ແລະ ຂັ້ນ​ຕອນ​ປະຕິບັດ​ບັນດາ​ເນື້ອ​ໃນ​ຂອງ​ແຜນການ​ຢ່າງ​ລະອຽດ​ຄື: ການ​ໂຄສະນາ, ​ເຜີຍ​ແຜ່​ເນື້ອ​ໃນ​ສັນຍາ, ​ແນະນຳ​​ໃຫ້ວິ​ສາ​ຫະກິດ​ຫວຽດນາມ ​ກ່ຽວ​ກັບ​ການ​ຮັບ​ປະມູນ, ການລົງທຶນ ​ແລະ ການປະຕິບັດ​ໂຄງການ​ຊ່ວຍ​ເຫຼືອ​ລ້າ​ຢູ່​ລາວຕາມ​ສັນຍາ… ລັດຖະບານ​ມອບ​ໜ້າ​ທີ່​ໃຫ້​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ເປັນ​ເຈົ້າການ ​ແລະ ປະສານ​ສົມທົບກັນ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ​ສັງກັດ​ສູນ​ກາງ​ໃນ​ການ​ປະຕິບັດ​ສັນຍາ.

ຂ່າວ/ບົດ​ອື່ນ