ປະທານກອງທຶນBatschka(ສະຫະພັນເຢຍລະມັນ)ຢ້ຽມຢາມຫວຽດນາມ

ປະທານກອງທຶນBatschka(ສະຫະພັນເຢຍລະມັນ)ຢ້ຽມຢາມຫວຽດນາມ - ảnh 1
ທ່ານ Rudolf Wakther, ປະທານ​ກອງ​ທຶນ Batschka ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ
(ພາບ: VGP/Lê Sơn)


(vovworld) – ຕອນ​ບ່າຍ​ວັນ​ທີ 10/2, ຢູ່ ຮ່າ​ໂນ້ຍ, ​ໃນ​ການ​ຕ້ອນຮັບ​ທ່ານ Rudolf Wakther, ປະທານ​ກອງ​ທຶນ Batschka (ສະຫະພັນ ​ເຢຍລະ​ມັນ) ພວມ​ຢູ່ຢ້ຽມຢາມ ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງກອງ​ທຶນ​ໃນ​ການ​ເຄື່ອນ​ໄຫວ ກຸສົນ, ກໍ່ສ້າງ​ໂຮງຮຽນ, ​ໂຮງໝໍ​ຢູ່​ບາງ​ປະ​ເທດ ​ເອີ​ລົບ​ຕາ​ເວັນ​ອອກ, ອາຊີ, ອາບຟຣີກາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ​ກອງ​ທຶນ Batschka ຈະ​ສືບ​ຕໍ່ ກໍ່ສ້າງ​ຫຼາຍ​ໂຄງການ​ໜູນ​ຊ່ວຍ​ໃຫ້ການ​ສຶກສາ​ຢູ່ ຫວຽດນາມ. ສ່ວນ​ທ່ານ Rudolf Wakther ​ກໍ່ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ຊ່ວຍ​​ເຫຼືອກໍ່ສ້າງ​ໂຮງຮຽນ ​ແລະ ​ແຜນການ​ເຄື່ອນ​ໄຫວ​ກຸສົນ​ຢູ່ ຫວຽດນາມ.



ຂ່າວ/ບົດ​ອື່ນ