ປະທານຄະນະກຳມະການສູນກາງແນວໂຮມ ປະເທດຊາດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ອົດສຕາລີ

ປະທານຄະນະກຳມະການສູນກາງແນວໂຮມ ປະເທດຊາດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ອົດສຕາລີ - ảnh 1
ປະທານ​ຄະນະ​ກຳມະການ​ສູນ​ກາງ​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ
ຕ້ອນ​ຮັບ​ເອກ​ອັກຄະ​ລັດຖະທູດ ອົດສຕາ​ລີ
(ພາບ: chinhphu.vn)


(vovworld) –  ຕອນ​ບ່າຍ​ວັນ​ທີ 26/06, ທີ່​ການ​ຕ້ອນຮັບທ່ານເອກ​ອັກຄະ​ລັດຖະທູດ ອົດສຕາ​ລີ Hugh Borrowman, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ແນະນຳ​ກັບ​ທ່ານ​ເອກ​ອັກ​ຄະ​ລັດຖະທູດ Hugh Borrowman ກ່ຽວ​ກັບ​ທີ່​ຕັ້ງ, ບົດ​ບາດ, ໜ້າ​ທີ່​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໃນ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ລະບອບ, ນະ​ໂຍບາຍ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ, ​ການ​ປະຕິບັດ​ກົດໝາຍກ່ຽວ​ກັບການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ວັດຖຸ​ອຸປະກອນ​ກະສິກຳ; ​ໂຄງການ​ສົມທົບກັນ​ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ​ປະກັນ​ໄພ​ສຳລັບ​ຄົນ​ງານ​ໃນ​ຮູບ​ແບບ​ວິ​ສາ​ຫະກິດຕ່າງໆ. ກ່ຽວຂ້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຕີ​ລາຄາ​ສູງ ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ອົດສຕາ​ລີ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຕໍ່ໜ້າ​ສະພາບ​ການ​ສັບສົນ​ຄື​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໃນ​ນັ້ນ​ການ​ສະໜັບສະໜູນ​ຢ່າງ​ແຮງ​ໃນການ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເສລີ​ດ້ານ​ການ​ຄ້າ ​ແລະ ການ​ເດີນ​ທະ​ເລ, ​​ເຄົາລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນ​ທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍທະ​ເລ. ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ທ່ານ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ກໍ່​ຖື​ການ​ພົວພັນ​ກັບ​ອົດສຕາ​ລີ ​ເປັນ​ສຳຄັນ; ຕີ​ລາຄາ​ສູງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະຫວ່າງ​ຫວຽດນາມ - ອົດສຕາ​ລີ ​ເຊິ່ງປະຈຸ​ບັນ​ພວມ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ໃນ​ທຸກ​ຂົງ​ເຂດ ກໍ່​ຄື​ການ​ຮ່ວມ​ມື​ດ້ານ​ການ​ຄ້າ - ການ​ລົງທຶນ​ທີ່​ມີ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ.

ຂ່າວ/ບົດ​ອື່ນ