ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຕ້ອນຮັບຮອງປະທານສະພາປຶກສາການເມືອງຈີນ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຕ້ອນຮັບຮອງປະທານສະພາປຶກສາການເມືອງຈີນ - ảnh 1
ທ່ານ ຮີ່ງດາມ ແລະ ທ່ານເຄືອ​ເຂົ້າ​ຮົ​ວ
ພາບ:internet

(vovworld) -  ຕອນ​ບ່າຍ​ວັນ​ທີ 3/5, ທ່ານ ຮີ່ງດາມ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຕ້ອນຮັບ​ທ່ານເຄືອ​ເຂົ້າ​ຮົວ ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ຈີນ ​ພວມ​ຢ້ຽມຢາມ​ຫວຽດນາມ.​ ທີ່​ການ​ຕ້ອນຮັບ, ທ່ານ ​ເຄືອ​ເຂົ້າ​ຮົວ ຮອງ​ປະທານສະພາ​ປຶກສາ​ການ​ເມືອງ​ຈີນ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​​ໄດ້ມາ​ຢ້ຽມຢາມ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ຖື​ວ່າ: ພ້ອມ​ກັບ​ການ​ຢ້ຽມຢາມ​ຄັ້ງ​ຕ່າງໆ​ຂອງ​ການ​ນຳ​ສອງ​ປະ​ເທດ, ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ, ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຈະ​ປະກອບສ່ວນ​ຊຸກຍູ້​ນ້ຳ​ໃຈມິດຕະພາບ​ລະຫວ່າງ ຈີນ ​ແລະ ຫວຽດນາມ​ກວ່າ​ອີກ. ທ່ານ​ຮອງ​ປະທານ​ເຄືອ​ເຂົ້າ​ຮົວ ປາດ​ຖະຫນາ​ວ່າ:​​ໃນ​ໄລຍະ​ຈະ​ມາ​ເຖິງ ສອງ​ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​, ການສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ປະກອບສ່ວນ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ