ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນຢ້ຽມຢາມແລະເຮັດວຽກຢູ່ແຂວງຈ່າວິງ
ທ່ານ ຫງວຽນທ້ຽນເຍີນ ເຮັດວຽກກັບການນຳແຂວງ ຈ່າວິງ
(ພາບ: vovgiaothong.vn)
(vovworld) - ວັນທີ 12/4, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົນເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງເຮັດວຽກກັບການນຳແຂວງ ຈ່າວິງ ແລະ ສະຫະພັນສະຫະກອນຫວຽດນາມ ແຂວງ ຈ່າວິງ. ທ່ານ ຫງວຽນທ້ຽນເຍີນ ຍົກອອກທິດທາງຈຳນວນໜຶ່ງໃຫ້ແຂວງ ຈ່າວິງ ເພື່ອພັດທະນາກະສິກຳຕິດພັນກັບຮູບແບບກໍ່ສ້າງສະຫະກອນໃໝ່, ກຳນົດຮູບແບບລົງທຶນໃໝ່ໃນເຂດເສດຖະກິດ, ກຳນົດທິດບຸລິມະສິດການລົງທຶນຈຸດສຸມທີ່ສ້າງຄວາມດຶງດູດໃຫ້ນັກລົງທຶນຈາກຕ່າງປະທດ, ມຸ່ງໄປເຖິງການພັດທະນາແບບຍືນຍົງ.
ໃນໄລຍະຢູ່ຢ້ຽມຢາມແຂວງ ຈ່າວິງ, ທ່ານ ຫງວຽນທ້ຽນເຍີນ ກໍ່ລົງຢ້ຽມຢາມບັນດາຜູ້ມີຍົດຖາບັນດາສັກພຸດທະສາສະໜາຫ້ອງການສະມາຄົມມິດຕະພາບພະສົງຮັກຊາດແຂວງ ຈ່າວິງ ແລະ ເຂົ້າຮ່ວມພິທີມອບງົວ 100 ໂຕ ກໍ່ຄືມອບຂອງຂວັນໃຫ້ແກ່ຄອບຄົວຊາວກະສິກອນທີ່ທຸກຍາກຢູ່ແຂວງ ຈ່າວິງ.