ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນພະສົງສຳມະເນນເນື່ອງໃນໂອກາດວັນບຸນວິສາຂະບຸຊາປີ2016
ວັນບຸນວິສາຂະບຸຊາປີ2016ຢູ່ແຂວງນິງບິ່ງ
(ພາບ: truyenthongphatgiao)
(vovworld) - ວັນທີ 12/05, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫວຽນທ້ຽນເຍີນ ໄດ້ສົ່ງຈົດໝາຍອວຍພອນເຖິງບັນດາຍົດຖາບັນດາສັກພ້ອມກັບບັນດາພະສົງສຳມະເນັນ, ພຸດທະສາສະນິກກະຊົນພາຍໃນສະມາຄົມພຸດທະສາສະໜາຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເນື່ອງໃນໂອກາດວັນບຸນວິສາຂະບຸຊາ ປີ 2016. ໃນຈົດໝາຍ, ທ່ານ ຫງວຽນທ້ຽນເຍີນ ປາດຖະໜາວ່າ, ບັນດາຍົດຖາບັນດາສັກພ້ອມກັບບັນດາພະສົງສຳມະເນັນ, ພຸດທະສາສະນິກກະຊົນຫວຽດນາມ ຍາມໃດກໍສາມັກຄີກັນ ໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ສືບຕໍ່ຮັກສາ ແລະ ເສີິມຂະຫຍາຍມູນເຊື້ອອັນດີງາມຂອງພຸດທະສາສະໜາຫວຽດນາມ ໃນໄລຍະໃໝ່. ພ້ອມກັນນັ້ນ, ບັນດາຍົດຖາບັນດາສັກພ້ອມກັບບັນດາພະສົງສຳມະເນັນ, ພຸດທະສາສະນິກກະຊົນ ຢູ່ພາຍໃນ ແລະ ຕ່າງປະເທດ ສະໜັບສະໜູນ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນບັນດາຂະບວນການແຂ່ງຂັນຮັກຊາດໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ປຸກລະດົມ; ເຂົ້າຮ່ວມການສ້າງສາ ແລະ ປົກປັກຮັກສາອະທິປະໄຕແຫ່ງຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ…