ປະທານປະເທດ Truong Tan Sang ເຮັດວຽກຢູ່ແຂວງ Phu Tho

ປະທານປະເທດ Truong Tan Sang ເຮັດວຽກຢູ່ແຂວງ Phu Tho - ảnh 1

ທ່ານ ​Truong Tan Sang ແລະ ພະນັກງານ​, ນັກຮົບ​ທະຫານ​ເຂດ 2

(ພາບ:truongtansang.net)

( vovworld ) -   ​ໂດຍ​ໄດ້​ສືບ​ຕໍ່​ການ​ໄປ​ປະຕິບັດ​ງານ​ຢູ່​ແຂວງ Phu Tho, ຕອນ​ເຊົ້າວັນ​ທີ 3/6, ທ່ານປະ​ທານ​ປະເທດ Truong Tan Sang ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ, ນັກຮົບ​ກອງ​ພົນ​ນ້ອຍ​​ປ້ອງ​ກັນອາກາດ 297 ສັງກັດ​ທະຫານ​ເຂດ 2. ​ເມື່ອ​ເຮັດ​ວຽກ​ກັບ​ທະຫານ​ເຂດ 2,​ ທ່ານປະ​ທານ​ປະເທດ Truong Tan Sang ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ກຳລັງ​ປະກອບ​ອາວຸດ​ທະຫານ​ເຂດ 2 ຊື່​ງ​ໄດ້​ພ້ອມ​ກັບ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ທອ້ງຖິ່ນຕ່າງໆ​ໃນ​ບໍລິ​ເວນ ປະຕິບັດ​ວຽກ​ງານ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ເປັນ​ຢ່າງ​ດີ.  ອົງຄະ​ນະ​ພັກກອງ​ບັນຊາ​ການທະຫານ​ເຂດ 2 ຕ້ອງ​ເປັນ​ເສນາ​ທິການ ສົມທົບ​ກັບ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ພັດທະນາ​ເສດຖະກິດ​ສັງຄົມ, ຫນູນຊ່ວຍ​ປະຊາຊົນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່, ພິ​ເສດ ພ້ອມ​ກັບ​ທ້ອງ​ຖິ່ນ​ຕ່າງໆ ສຸມ​ກຳລັງ​ລົງທຶນ​ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ, ​ໂດຍ​ສະ​ເພາະ​ແມ່ນ​ສ້າງ​ເສັ້ນທາງ​ລາດ​ຕາ​ເວັນ​ເຂດ​ຊາຍ​ແດນ​ໂດຍ​ໄວ.

   ດ້ວຍ​ທີ່​ຕັ້ງບໍລິ​ເວນ​ຂອງ​ທະຫານ​ເຂດ 2 ​ແມ່ນ​ໄດ້​ຕິດ​ກັບປະ​ເທດ​ລາວ ​ແລະ ຈີນ ນັ້ນ, ປະ​ທານ​ປະເທດ Truong Tan Sang  ສະ​ເໜີໃຫ້​ກຳລັງ​ປະກອບ​ອາວຸດ​ທະຫານ​ເຂດ 2 ຕ້ອງ​ປະຕິ​ບັດ​ວຽກ​ງານ​ການ​ຕ່າງປະ​ເທດປ້ອງ​ກັນຊາ​ດ ​ເພື່ອ​ແນ​ໃສ່​ກໍ່ສ້າງ​ເສັ້ນຊາຍ​ແດນ​ແຫ່ງ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ພັດທະນາ.

   ກ່ອນ​ໜ້ານັ້ນ, ຄື​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 2/6, ປະ​ທານ​ປະເທດ Truong Tan Sang  ​ໄດ້​ເຂົ້າຮ່ວມ​ພິທີ​ລະນຶກ 50 ປີ​ແຫ່ງ​ວັນສ້າງຕັ້ງ​ນະຄອນ Viet Tri ແຂວງ Phu Tho  ​ແລະ ມອບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 1 ​ໃຫ້​ແກ່​ອົງຄະ​ນະ​ພັກ, ອຳ​ນາດ​ການ​ປົກຄອງ ​ແລະ ປະຊາຊົນນະຄອນ Viet Tri.​

 

ຂ່າວ/ບົດ​ອື່ນ