(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕົກລົງຫຼຸດໂທດຈາກການປະຫານຊີວິດລົງ ເປັນຈຳຄຸກຕະຫຼອດຊີວິດໃຫ້ແກ່ 18 ກໍລະນີທີ່ມີໃບຂໍຫຼຸດໂທດສົ່ງເຖິງປະທານປະເທດ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ
(ພາບ: TTXVN)
|
ໂດຍປະຕິບັດໜ້າທີ່, ສິດອຳນາດຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ, ຕາມການສະເໜີຂອງປະທານສານປະຊາຊົນສູງສຸດ, ຫົວໜ້າສະຖາບັນປະຊາຊົນສູງສຸດ ແລະ ຫົວໜ້າຫ້ອງວ່າປະທານປະເທດ, ວັນທີ 27 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕົກລົງຫຼຸດໂທດຈາກການປະຫານຊີວິດລົງ ເປັນຈຳຄຸກຕະຫຼອດຊີວິດໃຫ້ແກ່ 18 ກໍລະນີທີ່ມີໃບຂໍຫຼຸດໂທດສົ່ງເຖິງປະທານປະເທດ.
ເລື່ອງທ່ານປະທານປະເທດຫຼຸດໂທດຈາກປະຫານຊີວິດຕາມຄຳຕັດສິນຂອງຄະດີທີ່ໄດ້ມີຜົນສັກສິດແລ້ວຕາມການກຳນົດຂອງກົດໝາຍແລ້ວນັ້ນລົງເປັນຈຳຄຸກຕະຫຼອດຊີວິດໃຫ້ແກ່ຜູ້ຖືກຕັດສິນ ນັ້ນແມ່ນການສະແດງນະໂຍບາຍອະໄພຍະໂທດ, ມະນຸດສະທຳຂອງລັດ ຫວຽດນາມ ສຳລັບບັນດານັກໂທດທີ່ມີໂທດຢ່າງຮ້າຍແຮງ, ເປີດເສັ້ນທາງເພື່ອໃຫ້ເຂົາປັບຕົວໃຫ້ເປັນຄົນດີ, ດັດຕົວເພື່ອໃຫ້ມີໂອກາດກັບເມືອຫາຄອບຄົວ ແລະ ປະຊາຄົມ.