ປະທານປະເທດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ໄທ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ

(VOVWORLD) - ຕອນບ່າຍວັນທີ 04 ເມສາ, ທີ່ສຳນັກງານປະທານປະເທດ ຫວຽດນາມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໄທ ມະນົບໃຈ ວົງພັກດີ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.
ປະທານປະເທດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ໄທ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ - ảnh 1  ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານເອກອັກຄະລັດຖະທູດ ໄທ ມະນົບໃຈ ວົງພັກດີ

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ໃນການປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ. ທ່ານປະທານປະເທດຊົມເຊີຍບັນດາວິສາຫະກິດໄທ ເປີດກ້ວາງບັນດາການເຄື່ອນໄຫວດຳເນີນທຸລະກິດຢູ່ ຫວຽດນາມ ແລະ ໃຫ້ຮູ້ວ່າ: ແຜນນະໂຍບາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ສ້າງເງື່ອນໄຂດີທີ່ສຸດໃຫ້ບັນດາວິສາຫະກິດຕ່າງປະເທດດຳເນີນທຸລະກິດຢູ່ ຫວຽດນາມ ຖືກຕາມລະບຽບກົດໝາຍ ເພື່ອຜົນປະໂຫຍດລວມຂອງ 2 ປະເທດ.

        ສ່ວນທ່ານ ມະນົບໃຈ ວົງພັກດີ ຢືນຢັນວ່າ: ເຖິງວ່າຈະຢູ່ໃນຖານະຕຳແໜ່ງໃດໆ ຍາມໃດທ່ານກໍຈະເປັນຂົວເຊື່ອມຕໍ່ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ 2 ປະເທດນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ