ປະທານປະເທດ ຫວຽດນາມ ເຂົ້າຮ່ວມພິທີມອບລາງວັນ ໂຮ່ຈິມີນ ກ່ຽວກັບ ວິທະຍາສາດ-ເຕັກເຕັກໂນໂລຊີ

(VOVWORLD)-ຕອນບ່າຍວັນທີ 17 ພຶດສະພາ ຢູ່ຫໍປະຊຸມກະຊວງປ້ອງກັນປະເທດ, ທ່ານ  ປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເຂົ້າຮ່ວມພິທີມອບລາງວັນ ໂຮ່ຈິມີນ ກ່ຽວກັບວິທະຍາສາດ-ເຕັກໂນໂລຊີ ຄັ້ງທີ່ 5
ປະທານປະເທດ ຫວຽດນາມ ເຂົ້າຮ່ວມພິທີມອບລາງວັນ ໂຮ່ຈິມີນ ກ່ຽວກັບ ວິທະຍາສາດ-ເຕັກເຕັກໂນໂລຊີ  - ảnh 1 ປະທານປະເທດ ຫວຽດນາມ ເຂົ້າຮ່ວມພິທີມອບລາງວັນ ໂຮ່ຈິມີນ ກ່ຽວກັບ ວິທະຍາສາດ-ເຕັກເຕັກໂນໂລຊີ  (ພາບ: ຫວຽດນາມ+)

ໃຫ້ສອງກຸ່ມກິດຈະການດີເດັ່ນພິເສດ ໃນຂົງເຂດການທະຫານ, ການປ້ອງກັນຊາດ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສົມທົບກັບ ກະຊວງປ້ອງກັນປະເທດຈັດຕັັ້ງ.

ລາງວັນໂຮ່ຈິມີນ ກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນລາງວັນອັນສູງສົ່ງທີ່ພັກ ແລະ ລັດຖະບານ ມອບໃຫ້ບັນດານັກປະດິດສ້າງກິດຈະການ, ກຸ່ມກິດຈະການວິທະຍາສາດ ແລະ ເຕັກໂນໂລຊີ ພິເສດດີເດັ່ນ, ມີຄຸນຄ່າສູງ, ມີຫຼາຍບາດກ້າວບຸກທະລຸກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ, ມີຜົນສະທ້ອນກວ້າງໃຫຍ່ ແລະ ດົນນານໃນຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ