ປະທານປະເທດ ເຈືອງເຕິ໋ນຊາງ ຢືນຢັນ ສ້າງທຸກເງື່ອນໄຂໃຫ້ ບັນດາເອກອັກຄະລັດຖະທູດສຳເລັດໜ້າທີ່

ປະທານປະເທດ ເຈືອງເຕິ໋ນຊາງ ຢືນຢັນ ສ້າງທຸກເງື່ອນໄຂໃຫ້ ບັນດາເອກອັກຄະລັດຖະທູດສຳເລັດໜ້າທີ່ - ảnh 1
ປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ

(vovworld) – ຕອນ​ບ່າຍ​ວັນ​ທີ 28/5, ຢູ່​ສຳນັກງານ​ປະທານ​ປະ​ເທດ, ເອກ​ອັກຄະ​ລັດຖະທູດບັນດາ​ປະ​ເທດ ນາທີ​ບີ, ​ເລ​ໂຊ​ໂຕ, ປາ​ປົວ​ນິວກື​ເນຍ, , ບວກ​ກີ​ນາ​ຟາ​ໂຊ ​ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຮັບ​ໜ້າທີ່ການ​ທູດ​ຢູ່​ຫວຽດນາມ.

        ຊົມ​ເຊີຍ ເອກ​ອັກຄະ​ລັດຖະທູດ ປາ​ປົວ​ນິວກື​ເນຍ Peter Ilau  ມາ​ຮັບ​ໜ້າ​ທີ່ການ​ທູດຢູ່ຫວຽດນາມ, ທ່ານປະທານ​ປະ​ເທດ​​ເນັ້ນ​ໜັກ​ວ່າ, ຫວຽດນາມ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ປາ​ປົວ​ນິວກື​ເນຍ, ​ແລະ ສະໜັບສະໜູນ ປາ​ປົວ​ນິວກື​ເນຍ ກາຍ​ເປັນ​ສະມາຊິກ​ຂອງ​ອາ​ຊຽນ, ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ທຸກ​ດ້ານ​ກັບ ປາ​ປົວ​ນິວກື​ເນຍ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເຊິ່ງທັງ​ສອງ​ຝ່າຍ​ມີ​ທ່າ​ແຮງ.

        ​ໃນ​ພິທີຍື່ນ​ສານ​ຕາ​ຕັ້ງ​ຮັບ​ໜ້າທີ່ການ​ທູດ, ທ່ານເອກ​ອັກຄະ​ລັດຖະທູດ​ເລ​ໂຊ​ໂຕ Bothata Toane ​ເນັ້ນ​ໜັກ​ວ່າ ​ເລ​ໂຊ​ໂຕ ປາຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ກັບ​ຫວຽດນາມ, ຜ່ານ​ນັ້ນ​ຊຸກຍູ້​ການ​ຮ່ວມ​ມື​ໃຕ້ - ​ໃຕ້. ກ່ອນ​ອື່ນ​ໝົດ, ​ເລ​ໂຊ​ໂຕ ຢາກ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ຫຼັງ​ຈາກ​ນັ້ນ​ແມ່ນ​ຂັ້ນ​ສູງ. ກ່ຽວ​ກັບ​ທາງ​ດ້ານ​ເສດຖະກິດ, ​ເລ​ໂຊ​ໂຕ ປາຖະໜາ​ຢາກ​ຮ່ວມ​ມື ​ແລະ ​ແບ່ງປັນ​ບົດຮຽນ​ກັບ​ຫວຽດນາມ​ໃນ​ຂົງ​ເຂດ​ກະ​ສີ​ກຳ, ການ​ປະມົງ.

        ​ໃນ​ວັນ​ດຽວ​ກັນ, ທ່ານປະທານ​ປະ​ເທດ​ ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ ເອກ​ອັກຄະ​ລັດຖະທູດ​ ນາທີ​ບີ Ringo Abed. ທ່ານເອກ​ອັກຄະ​ລັດຖະທູດ​ ນາທີ​ບີ ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ, ພິ​ເສດ​ແມ່ນ​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ​ແລະ ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ດ້ານ​ເສດຖະກິດ​ໃຫ້​ສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ