ປະທານປະເທດ ເຈືອງເຕີ້ນຊາງ ໄປອວຍພອນປີໃໝ່ບັນດານັກປັນຍາຊົນ, ຜູ້ຊົງຄຸນວຸດທິ


   ປະທານປະເທດ ເຈືອງເຕີ້ນຊາງ ໄປອວຍພອນປີໃໝ່ບັນດານັກປັນຍາຊົນ, ຜູ້ຊົງຄຸນວຸດທິ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ​ບູ​ຊາ​ຢູ່​ເຂດ​ອະ​ນຸ​ສອນ​ສະ​ຖານ​ທ່ານ​ຫງວຽນ​ວັນ​ ກືອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ

(vovworld)- ຕອນ​ບ່າຍ​ວັນ​ທີ 14/2, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ​ບູ​ຊາ​ຢູ່​ເຂດ​ອະ​ນຸ​ສອນ​ສະ​ຖານ​ທ່ານ​ຫງວຽນ​ວັນ​ກືອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ຢູ່​ຕາ​ແສງ ຟູ່​ເຄ, ເທດ​ສະ​ບານ ຕື​ເຊີນ ແຂວງ ບັກ​ນິງ. ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ຕໍ່ ທ່ານ​ຫງວຽນ​ວັນ​ກືອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ຊຶ່ງ​ແມ່ນ​ນັກ​ທິດ​ສະ​ດີ​ທີ່​ດີ​ເດັ່ນ, ນັກ​ການ​ເມືອງ​ທີ່​ເກັ່ງ​ກ້າ​ສາ​ມາດ, ແມ່ນ​ແບບ​ຢ່າງ​ດີ​ເດັ່ນ​ກ່ຽວ​ກັບ​ນ້ຳ​ໃຈ​ຮ່ຳ​ຮຽນ, ຝຶກ​ຝົນຫຼໍ່ຫຼອມ ແລະ ເຕີບ​ໃຫຍ່​ຜ່ານ​ການ​ຕໍ່​ສູ້​ປະ​ຕິ​ວັດ. ທ່ານ​ຫງວຽນ​ວັນ​ກືເຂົ້າ​ຮ່ວມ​ການ​ປະ​ຕ​ິ​ວັດ​ແຕ່​ປີ 1927 ຫາ​ປີ 1938, ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ເມື່ອ​ມີ​ອາ​ຍຸ 26 ປີ, ທ່ານ​ຖືກ​ພວກ​ລາ​ເມືອງ​ຂຶ້ນ​ຝະ​ລັ່ງ​​ຈັບ​ຕົວ​ຢູ​ູ່​ໄຊ​ງ່ອນ ແລະ ຕັດ​ສິນ​ໂທດ​ປະ​ຫານ​ຊີ​ວິດ.

     ແລະ ກໍ​ໃນ​ວັນ​ດຽວ​ກັນ , ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ໄປ​ອວຍ​ພອນ​ປີ​ໃໝ່​ທ່ານ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ດິງກວາງ ອະ​ດີດ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການກະ​ຊວງ ວັດ​ທະ​ນະ​ທຳ-ຖະ​ແຫຼງ​ຂ່າວ​, ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ເວ​ທີ່​ສະ​ແດງ-ຮູບ​ເງົາ ແລະ ສາດ​ສະ​ດາ​ຈານ ຟຸ່ງ​ເທ້​ເຈືອງ ອະ​ດີດ​ເປັນ​ອາ​ຈານ​ສອນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ແຫ່ງ​ຊາດ….

 

ຂ່າວ/ບົດ​ອື່ນ