ທ່ານປະທານປະເທດ ຈີນ ສີຈິ້ນຜິງ ພ້ອມພັນລະຍາດເດີນທາງ
ໄປຮອດສະໜາມບິນ Heathrow ຢູ່ນະຄອນຫລວງ ລອນດອນ
(ພາບ: AFP)
(vovworld) – ຕອນເຊົ້າວັນທີ 20/10 (ຕາມເວລາ ຫວຽດນາມ), ທ່ານປະທານປະເທດ ຈີນ ສີຈິ້ນຜິງ ພ້ອມພັນລະຍາດເດີນທາງໄປຮອດສະໜາມບິນ Heathrow ຢູ່ນະຄອນຫລວງ ລອນດອນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງ ອັງກິດ ເປັນເວລາ 4 ວັນ ຕາມຄຳເຊີນຂອງພະລາຊີນີ Elizabeth II. ຕາມແຜນການ, ພະລາຊີນີ Elizabeth ຈະຕ້ອນຮັບ ທ່ານປະທານປະເທດ ຈີນ ແລະ ພັນລະຍາຢູ່ວັງ Buckingham, ທ່ານປະທານປະເທດ ຈີນ ແລະ ພັນລະຍາເຂົ້າຮ່ວມງານລ້ຽງຂອງລາດຊະວັງ ແລະ ມີການພົບປະກັບລາຊະກຸມມານ Charles, ເຈົ້າຊາຍ William. ຄາດວ່າ ການນຳ ຈີນ ຈະມີບົດປາໄສຕໍ່ໜ້າສະພາແຫ່ງຊາດ ອັງກິດ ແລະ ສິ້ນສຸດການຢ້ຽມຢາມ ດ້ວຍການຢ້ຽມຢາມນະຄອນ Manchester ຢູ່ເຂດຕາເວັນຕົກສຽງເໜືອ ອັງກິດ. ນອກຈາກນັ້ນ, ທ່ານ ສີຈິ້ນຜິງ ອາດຈະມີການພົບປະກັບບັນດານັກການເມືອງແຖວໜ້າຂອງ ອັງກິດ, ໃນນັ້ນມີທ່ານ Jeremy Corbyn ການນຳພັກແຮງງານຝ່າຍຄ້ານ .