ປະທານປະເທດພົບປະກັບບັນດານັກ ທຸລະກິດໜຸ່ມທີ່ດີເດັ່ນ

ປະທານປະເທດພົບປະກັບບັນດານັກ ທຸລະກິດໜຸ່ມທີ່ດີເດັ່ນ - ảnh 1
(ທ່ານປະທານ​ປະ​ເທດ​ ​ເຈືອງ​ເຕິ໋ຊາງ ​ພົບ​ປະ​ກັບ​ຜູ້​ແທນ
​ຕາງໜ້າບັນດາ​ນັກທຸລະກິດ​ໜຸ່ມ​ທີ່​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ)


(vovworld) – ຕອນ​ເຊົ້າ​ວັນ​ທີ 31/8, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານປະທານ​ປະ​ເທດ​ ​ເຈືອງ​ເຕິ໋ຊາງ ​ໄດ້​ມີ​ການພົບ​ປະ​ກັບ​ຜູ້​ແທນ 40 ຄົນ​ທີ່​ຕາງໜ້າບັນດາ​ນັກທຸລະກິດ​ໜຸ່ມ​ທີ່​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ຂະ​ບວນການ​ນັກທຸລະກິດ​ໜຸ່ມ​ຫວຽດນາມ ​ແລະ 10 ປີ ​ແຫ່ງ​ລາງວັນ​ດາວ​ຄຳ​ແດນ​ຫວຽດ. ນັບ​ແຕ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1993 ມາ​ຮອດ​ປະຈຸ​ບັນ, ສະມາຄົມ​ນັກທຸລະກິດ​ໜຸ່ມ​ຫວຽດນາມ ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ກວ່າ 2.5 ລ້ານ​ຄົນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ກິດຈະການ​ປ່ຽນ​ໃໝ່ ​ແລະ ກ້າວ​ຂຶ້ນ​ຂອງ​ປະ​ເທດ​ຊາດ.

ກ່າວ​ຄວາມ​ເຫັນ​ທີ່​ງານ​ພົບ​ປະ, ທ່ານປະທານ​ປະ​ເທດ​​ເນັ້ນ​ໜັກ​ວ່າ, ງານ​ພົບ​ປະ​ບໍ່​ພຽງ​ແຕ່​ແມ່ນ​ລາຍ​ງານ​ໝາກຜົນ​ເທົ່າ​ນັ້ນ, ຫາກ​ເພື່ອ​ຮັບ​ຟັງ, ​ແລກປ່ຽນ​ບັນດາ​ຄວາມ​ຫຍຸ້ງຍາກ, ບັນດາ​ບົດຮຽນ​ຂອງ​ນັກທຸລະກິດ, ຊອກ​ຫາ​ມາດ​ຕະການ​ແກ້​ໄຂ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ຂອງ​ບັນດາ​ວິ​ສາ​ຫະກິດ. ທ່ານປະທານ​ປະ​ເທດ​​ຢັ້ງຢືນ​ວ່າ: ພັກ, ລັດ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ແລະ ມີ​ກົນ​ໄກ​ນະ​ໂຍບາຍ​ຊຸກຍູ້​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ ​ແລະ ພື້ນຖານ​ເສດຖະກິດຂອງ​ປະ​ເທດ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສະຫະ​ສະມາຄົມ​ຄວນ​ປັບປຸງ​ໃຫ້​ດີ​ຂຶ້ນ, ນັກທຸລະກິດ​ດີ​ເດັ່ນ​ຕ້ອງ​ເຂົ້າ​ຮ່ວມ​ຄະນະ​ປະຈຳ​ສະມາຄົມ​ຢ່າງ​ຕັ້ງໜ້າ ​ເພື່ອ​ພ້ອມ​ກັບ​ປະຊາ​ຄົມ​ນັກທຸລະກິດ​ເປັນ​ເຈົ້າ​ການ​ສ່ອງ​ແສງ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ, ຕິດ​ຂັດ ສະ​ເໜີ​ມາດ​ຕະການ​ແກ້​ໄຂ ​ເພື່ອ​ໃຫ້​ບັນດາ​ອົງການ​ກ່ຽວຂ້ອງ​ປັບປຸງ​ນະ​ໂຍບາຍ​ໃຫ້​ເໝາະ​ສົມ, ສ້າງ​ກຳລັງ​ໜູນ​ໃຫ້​ແກ່​ການ​ພັດທະນາ.
ຂ່າວ/ບົດ​ອື່ນ