ປະທານ​ປະ​ເທດ​ມອບຂໍ້ ​ຕົກລົງ​ແຕ່ງຕັ້ງເອກ​ ອັກຄະ​ລັດຖະທູດ ປະຈຳ​ຕ່າງປະ​ເທດ

ປະທານ​ປະ​ເທດ​ມອບຂໍ້ ​ຕົກລົງ​ແຕ່ງຕັ້ງເອກ​ ອັກຄະ​ລັດຖະທູດ ປະຈຳ​ຕ່າງປະ​ເທດ - ảnh 1

(ພາບ:qdnd.vn)

(vovworld)-  ຕອນ​ເຊົ້າວັນ​ທີ 12/6, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້​ມອບຂໍ້​ຕົກລົງ​ແຕ່ງຕັ້ງ​ ​ແລະ ມອບ​ໝາຍ​ໜ້າ​ທີ່​ໃຫ້​ແກ່ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ 19 ທ່ານ ​ແລະ ຫົວໜ້າ​ກົງ​ສູນ​ຫວຽດນາມ ປະຈຳ​ຕ່າງປະ​ເທດ 2 ທ່ານ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ເນັ້ນໜັກ​ວ່າ: ພາລະ​ກຳ​ຂອງ​ບັນດາ​ທ່ານເອກ​ອັກຄະ​ລັດຖະທູດ​ແມ່ນ​ໜັກ​ໜ່ວງ​ທີ່​ສຸດ, ປະຕິບັດ​ວຽກ​ງານ​ທາງ​ການ​ທູດ​ແມ່ນ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ພາຍ​ໃນ. ທ່ານ​ໃສ່​ໃຈ​ວ່າ: ຫວຽດນາມ ພວມ​ສືບ​ຕໍ່​ເປີດ​ກ້ວາງ​ການ​ພົວພັນ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ, ບັນດາ​ທ່ານເອກ​ອັກຄະ​ລັດຖະທູດ ​ແລະ ຫົວໜ້າ​ກົງ​ສູນຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ຢ່າງ​ສູດຂີດ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ເນັ້ນໜັກ​ວ່າ:

   “ດ້ານ​ໜຶ່ງ, ຫວຽດນາມ ຊຸກຍູ້​ການ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ, ຖື​ວ່າການ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ແມ່ນ​ຈຸດ​ສຸມ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ແຜນ​ນະ​ໂຍບາຍ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ ​ແລະ ຍຸດ​ທະ​ສາດ​ເສດຖະກິດ 2011-2020 ຄື​ການ​ກຳນົດ​ໃນ​ກອງ​ປະຊຸມ​ໃຫ່ຍຊຸດ​ທີ 11 ພັກ​ກອມ​ມູນິດ​ຫວຽດນາມ. ​ໂດຍ​ສະ​ເພາ​ແມ່ນ​ເປີດ​ກ້ວາງ​ຕະຫຼາດສົ່ງ​ອອກ​ຂອງ​ຫວຽດນາມ, ດຶງ​ດູດ​​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ເຂົ້າຫວຽດນາມ…​ດ້ານ​ອື່ນ, ຫວຽດນາມ ຈະ​ເປັນ​ເຈົ້າການ​ເປີດ​ກ້ວາງ​ການ​ເຊື່ອມ​ໂຍງ​ໃນ​ບັນດາ​ຂົງ​ເຂດ​ອື່ນ​, ຈາກ​ດ້ານ​ການ​ເມືອງ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ຕະຫລອດ​ຮອດ​ວັດທະນະທຳ​ສັງຄົມ…​ເພື່ອ​ສ້າງ​ເງື່ອ​ນໄຂອຳນວຍ​ຄວາມ​ສະດວກ​ໃຫ້​ແກ່ການ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ ກໍ່​ຄື​ຮັກສາ​ສີສັນ​ວັດທະນະທຳ​ຂອງບັນດາ​ຊົນ​ເຜົ່າ​ຫວຽດນາມ

 

  

 

ຂ່າວ/ບົດ​ອື່ນ