ປະທານປະເທດຫວຽດນາມ ເຂົ້າຮ່ວມວາລະປະຊຸມຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ
ຕອນເຊົ້າວັນທີ 22/12, ຢູ່ຮ່າໂນ້ຍ, ຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງໄດ້ຈັດວາລະປະຊຸມຄັ້ງທີ 3 ຊື່ງໄດ້ສຸມໃສ່ປຶກສາຫາລື ໃຫ້ຄຳເຫັນກ່ຽວກັບແຜນຮ່າງ 2 ໂດຍອົງການໄອຍະການສູງສຸດສ້າງຂຶ້ນ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດຫວຽດນາມເຈືອງເຕີນຊາງ, ຫົວໜ້າຄະນະຊີ້ນຳການຕິຮູບດ້ານຕຸລາການສູນກາງ ສະເໜີໃຫ້ບັນດາຜູ້ແທນ ຈົ່ງໃຫ້ຄຳເຫັນໃນເບື້ອງຕົ້ນກ່ຽວກັບບັນດາເນື້ອໃນສຳຄັນຂອງແຜນຮ່າງ 2 ສະບັບ, ໂດຍສະເພາະແມ່ນບັນດາບັນຫາໃໝ່ເມື່ອທຽບກັບຮູບແບບການດຳເນີນຄະດີປະຈຸບັນ, ບັນດຂໍ້ສະເໜີກ່ຽວກັບທັດສະນະ ແລະທິດທາງແຫ່ງການປ່ຽນແປງໃໝ່, ສ້າງອົງການໄອຍະການສຳເລັດ, ຕອບສະໜອງຄຳຮຽກຮ້ອງຕ້ອງການກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ.