ປະທານປະເທດຫວຽດນາມຕ້ອນຮັບປະທານສະພາແຫ່ງຊາດບັງກຼາເທດ

(VOVWORLD) - ຕອນບ່າຍວັນທີ 21/7, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານນາງ Shirin Sharmin Chaudhury, ປະທານສະພາແຫ່ງຊາດ ບັງກຼາເທດ
ປະທານປະເທດຫວຽດນາມຕ້ອນຮັບປະທານສະພາແຫ່ງຊາດບັງກຼາເທດ - ảnh 1(ທ່ານປະທານປະເທດຫວຽດນາມຕ້ອນຮັບປະທານສະພາແຫ່ງຊາດບັງກຼາເທດ)

 ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີສອງຝ່າຍສືບຕໍ່ຊຸກຍູ້ການຢ້ຽມຢາມ ແລະ ພົບປະຂັ້ນສູງ, ຊຸກຍູ້ການຜັນຂະຫຍາຍການຈັດຕັ້ງກອງປະຊຸມຄະນະກຳມະການປະສົມຄັ້ງທີ 3 ແລະ ທາບທາມດ້ານການເມືອງຄັ້ງທຳອິດໂດຍໄວ, ເພື່ອແນໃສ່ກວດກາ ແລະ ສະເໜີທິດທາງ, ມາດຕະການຊຸກຍູ້ການຮ່ວມມືໃຫ້ແຕ່ລະຂົງເຂດຢ່າງລະອຽດ. ເພື່ອຍົກສູງວົງເງິນການຄ້າສອງຝ່າຍ, ສູ້ຊົນເພື່ອບັນລຸຄາດໝາຍ 1 ຕື້ໂດລາສະຫະລັດ ຕາມຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ, ທ່ານປະທານສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກນຳເຂົ້າສິນຄ້າລະຫວ່າງສອງປະເທດ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດເຊິ່ງທັງສອງຝ່າຍມີຄວາມສາມາດບົ່ມຊ້ອນ ແລະ ມີທ່າແຮງ. ທ່ານປະທານສະເໜີສອງຝ່າຍສືບຕໍ່ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ.

        ສ່ວນທ່ານນາງປະທານສະພາແຫ່ງຊາດ ບັງກຼາເທດ Shirin Sharmin Chaudhury ກໍ່ສະແດງຄວາມປາຖະໜາວ່າການພົວພັນຮ່ວມມືສອງຝ່າຍລະຫວ່າງສອງປະເທດນັບມື້ນັບໄດ້ຮັບການເປີດກວ້າງໃນຫຼາຍຂົງເຂດທີ່ແຕກຕ່າງກັນຄື: ສິນຄ້າເອເລກໂຕນິກ, ສິນຄ້າໃຊ້ສອຍ ແລະ ຜະລິດຕະພັນກະເສດ, ຍູ້ແຮງການຮ່ວມມືຮັບປະກັນຄວາມປອດໄພດ້ານທັນຍາຫານ, ພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ