ປະທານປະເທດຫວຽດນາມເຮັດວຽກກັບເຫຼົ່າທັບປ້ອງກັນອາກາດ

ປະທານປະເທດຫວຽດນາມເຮັດວຽກກັບເຫຼົ່າທັບປ້ອງກັນອາກາດ - ảnh 1

(ພາບປະກອບ:binhduong.vnpt.vn)

(vovworld) - ​​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ໄຊຊະນະ​ດ້ຽນບຽນ​ຝູທາງ​ອາກາດ ​ແລະ 68 ປີ​ແຫ່ງ​ວັນ​ສ້າງຕັ້ງກອງທັບ​ປະ​ຊາ​ຊົນ​ຫວຽດນາມ, ຕອນ​ບ່າຍ​ວັນ​ທີ 19/12, ທ່ານປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕີນ​ຊາງ​ ​ໄດ້​ເຮັດ​ວຽກ​ກັບ​ກຳລັງ​ປ້ອງ​ກັນ​ອາກາດຫວຽດນາມ. ທ່ານ​ເຈືອງ​ເຕີນ​ຊາງ​ ໄດ້​ຕີ​ລາຄາ​ສູງ​ຜົນງານ​ໃນ​ການ​ສູ້​ຮົບ​ອັນ​ສະຫງ່າ​ອົງອາດຂອງ​ກອງທັບ​ປ້ອງກັນ​ອາກາດ​ຫວຽດນາມ ພິ​ເສດ​ແມ່ນ​ໃນ​ການ​ຕໍ່ສູ້​ຄັ້ງປະຫວັດສາດ​ກັບ​ກອງທັບ​ອາກາດ​ອາ​ເມ​ລິ​ກາ ​ໃນ 12 ວັນ ​ແລະ ຄື​ນ​​ເມື່ອ​ເດືອນ 12/1972. ກ່ຽວ​ກັບ​ໜ້າທີ່​ກໍ່ສ້າງ​ກອງທັບ​ຊຳ​ນານ​ຮົບ ​ແລະ ທັນ​ສະ​ໄໝ, ທ່ານປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕີນ​ຊາງ ຊີ້​ແຈງ​ວ່າ:

   “ຕ້ອງ​ເອົາ​ໃຈ​ໃສ່ເບິ່ງແຍງກໍ່ສ້າງ​ເຫຼົ່າ​ທັບ​ໃຫ້ໝັ້ນຄົງ​ເຂັ້ມ​ແຂງ​ຮອບດ້ານ, ​ເອົາ​ການ​ກໍ່ສ້າງ​ດ້ານ​ການ​ເມືອງ​ເປັນ​ພື້ນຖານ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບສັງ​ລວມ ​ແລະ ກຳລັງ​ແຮງ​ສູ້​ຮົບ. ຮັບປະກັນ​ໃຫ້​ທົ່ວກອງທັບ​ແມ່ນ​ກຸ່ມ​ໜຶ່ງ​ເອກະ​ພາບ​ດ້ານເຈດ​ຈຳນົງ​ການ​ຕໍ່ສູ້ ​ແລະ ການ​ກະທຳ, ຈົ່ງ​ຮັກ​ພັກດີ​ຕໍ່​ພັກ, ປະ​ເທ​ດຊາດ, ປະຊາຊົນ ​ແລະ ລະບອບ​ສັງຄົມ​ນິຍົມ. ກໍ່ສ້າງ​ພັກ, ຖັນ​​ແຖວ​ພະນັກງານ​ສະມາຊິກ​ພັກ​ເທົ່າ​ທຽມ​ກັບຄວາມ​ຮຽກຮ້ອງ​ຕ້ອງ​ການ​ໃນ​ໜ້າ​ທີ່​ໃໝ່, ສ້າງ​ທະຫານ​ມີ​ຄຸນ​ນະທາດ​ດ້ານ​ການ​ເມືອງໝັ້ນຄົງ ສົມ​ກັບມູນ​ເຊື້ອ​ຕີ​​ເອົາ​ຊະນະສັດຕູ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ​ວິລະ​ຊົນ

 

ຂ່າວ/ບົດ​ອື່ນ