ປະທານປະເທດເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງແຜນການ,ການລົງທຶນແລະສະຖີຕິ

ປະທານປະເທດເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງແຜນການ,ການລົງທຶນແລະສະຖີຕິ - ảnh 1
ປະທານປະເທດເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງ
ແຜນການ,ການລົງທຶນແລະສະຖີຕິ
(ພາບ: baodautu.vn)

(vovworld) – ກອງ​ປະ​ຊຸມ​​ໃຫຍ່ແຂ່ງ​ຂັນ​ຮັກ​ຊາດ​ຂະ​ແໜງ​ແຜນ​ການ​, ການ​ລົງ​ທຶນ ແລະ ສະ​ຖິ​ຕິ​ຄັ້ງ​ທີ 3 ໄລ​ຍະ 2015 – 2020 ຖືກ​ຈັດ​ຕັ້ງ​​ຂຶ້ນໃນ​ຕອ​ນ​ເຊົ້າ​ວັນ​ທີ 17/7, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໃຫຍ່, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກ​ວ່າ: ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ແມ່ນ​ອົງ​ການ​ເປັນ​ເສ​ນາ​ທິ​ການ​ສັງ​ລວມ​ຂອງ​ພັກ ແລະ ລັດ​ກ່ຽວ​ກັບ​ຍຸດ​ທະ​ສາດ, ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ທົ່ວ​ປະ​ເທດ​ພ້ອມ​ກັບ​ບັນ​ດາ​ຄວາມ​ດຸ່ນ​ດຽງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ພາກ, ກ່ຽວ​ກັບ​ຂໍ້​ກຳ​ນົດ​ພັດ​ທະ​ນາ, ບັນ​ດາ​ອົງ​ການ, ນະ​ໂຍ​ບາຍ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ບາງ​ຂົງ​ເຂດ​ສຳ​ຄັນ​ລະ​ອຽດ. ດ​ັ່ງ​ນັ້ນ, ຂະ​ແໜງ​ແຜນ​ການ, ການ​ລົງ​ທຶນ ແລະ ສະ​ຖີ​ຕິ​ຕ້ອງ​ເປັນ​ເສ​ນາ​ທິ​ການ​ໃຫ້​ພັກ, ລັດ​ມີ​ແຜນ​ນະ​ໂຍ​ບາຍ, ມາດ​ຕະ​ການ​​ທີ່ມີ​ປະ​ສິດ​ທິ​ຜົນ​ຢ່າງ​ທັນ​ການ. ທ່ານ​ກ່າວ​ວ່າ:

        “ເພື່ອ​ໃຫ້​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ​ຂອງ​ຂະ​ແໜງ​ແຜນ​ການ, ການ​ລົງ​ທຶນ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ​ມີ​ບົດ​ບາດ​ອັນ​ໃຫຍ່ຫຼວງ, ມີ​ປະ​ສິດ​ທິ​ຜົນ​ກ່​ວານັ້ນ ຕ້ອງ​ເລັ່ງ​ໃສ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຂະ​ແໜງ​ເປັນ​ຢ່າງ​ດີ, ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຍູ້​ໄວ​ການ​ສ້າງ​ໂຄງ​ປ​ະ​ກອບ​ຄືນ​ໃໝ່, ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ພັດ​ທະ​ນາ​ເສດ​ຖະ​ກິດ​ໄວ, ຍືນ​ຍົງ​ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​​ເຂົ້າ​ພາກ​ພື້ນ ແລະ ໂລກ. ຂະ​ແໜງ​ສະ​​ຖີ​ຕິ​ຕ້ອງ​ສ່ອງ​ແສງ​ຢ່າງ​ພາ​ວະ​ວິ​ໄສ, ຖືກ​ຕ້ອງ​ສະ​ພາບ​ການ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ປະ​ເທດ​ຊາດ, ຍາມ​ໃດ​ກໍ​ຕ້ອງ​​ສອດ​ຄ່ອງ​ກັບ​ທຳ​ນຽມ​ສາ​ກົນ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຊີ້​ນຳ, ນຳ​ພາ​ຢ່າງ​ຖືກ​ຕ້ອງ​ຂອງ​ພັກ, ລັດ”

                              


ຂ່າວ/ບົດ​ອື່ນ