ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ150ປີແຫ່ງວັນນັກວິລະຊົນແຫ່ງຊາດເຈືອງດິ້ງເສຍສະຫຼະຊີວິດເພື່ອຊາດ
ທ່ານປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມເຂດວາງສະແດງວັດຖຸພັນກ່ຽວກັບວິລະຊົນ ເຈືອງດີ້ງ
(ພາບ: Thanh Vũ/TTXVN)
(vovworld) - ພິທີສະເຫຼີມສະຫຼອງ 150 ປີແຫ່ງວັນນັກວິລະຊົນຂອງຊາດ ເຈືອງດິ້ງ ເສຍສະຫຼະຊີວິດເພື່ອຊາດ ຖືກຈັດຂຶ້ນໃນຕອນເຊົ້າວັນທີ 20/8, ຢູ່ແຂວງ ຕ໋ຽນຢາງ. ທີ່ພິທີ, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ບັນດາສະມາຊິກຂອງຄະນະປະຕິບັດງານສູນກາງໄດ້ວາງພວງມາລາ ແລະ ຖະຫວາຍທູບທຽນເພື່ອອາໄລຫາຄູນງາມຄວາມດີຂອງນັກວິລະຊົນແຫ່ງຊາດ ເຈືອງດິ້ງ.
ເມື່ອອ່ານສູນທອນພົດທີ່ພິທີ, ທ່ານ ເຈີ່ນເທ໋ງອກ, ເລຂາຄະນະພັກແຂວງ ຕ໋ຽນຢາງ, ເນັ້ນໜັກວ່າ: ພິທີສະເຫຼີມສະຫຼອງແມ່ນໂອກາດເພື່ອໃຫ້ລຸ້ນຄົນໃນປະຈຸບັນພ້ອມກັນ ອາໄລຫາ ແລະ ຈົດຈຳພາລະກິດ, ຄູນງາມຄວາມດີຂອງນັກວິລະຊົນແຫ່ງຊາດ ເຈືອງດິ້ງ ຢູ່ເຂດ ກໍ່ກົງ ເວົ້າສະເພາະ ແລະ ເຂດພາກໃຕ້ເວົ້າລວມໃນໃນການຕໍ່ຕ້ານຕ້ານລ່າເມືອງຂຶ້ນ ຝຣັ່ງ . ຜ່ານນັ້ນໄດ້ສຶກສາມູນເຊື້ອຮັກຊາດຕ້ານສັດຕູຜູ້ຮຸກຮານຂອງລຸ້ນພໍ່ລຸ້ນອ້າຍໃຫ້ແກ່ລຸ້ນໜຸ່ມ.
“ຊີວິດ ແລະ ພາລະກິດຂອງນັກວິລະຊົນແຫ່ງຊາດ ເຈືອງດິ້ງ ຍາມໃດກໍ່ຕັກເຕືອນໃຫ້ພວກເຮົາທຸກຄົນ ຍົກສູງນ້ຳໃຈປະຕິວັດ, ຍາມໃດກໍ່ຖືຜົນປະໂຫຍດຂອງຊາດເປັນຕົ້ນຕໍ. ພວກເຮົາເຊື່ອໝັ້ນວ່າ: ອົງຄະນະພັກ ແລະ ກອງທັບປະຊາຊົນແຂວງ ຕ໋ຽນຢາງ ສືບຕໍ່ເສີມຂະຫຍາຍມູນເຊື້ອຂອງນັກວິລະຊົນ ເຈືອງດິ້ງ, ຍາມໃດກໍ່ສາມັກຄີ, ຂະຫຍັນຂັນເຄື່ອນຍູ້ແຮງຂະບວນການແຂ່ງຂັນຮັກຊາດ, ປະຕິບັດບັນດາຄາດໝາຍເສດຖະກິດ - ສັງຄົມປີ 2014 ເປັນຢ່າງດີ, ປະກອບສ່ວນປົກປັກຮັກສາ ແລະ ພັດທະນາປະເທດຊາດ.”