ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຮອງປະທານປະເທດລາວ

ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຮອງປະທານປະເທດລາວ - ảnh 1
ການຕ້ອນຮັບໃນຕອນເຊົ້າວັນທີ 12/7

(vovworld) –  ຕອນ​ເຊົ້າ​ວັນ​ທີ 12/7, ຢູ່​ຮ່າ​ໂນ​້ຍ, ​ເມື່ອກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ປະທານ​ປະ​ເທດລາວ ພັນ​ຄຳ​ ວິພາ​ວັນ, ພວມ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈ​ີ່ນດ້າຍ​ກວາງ ສະ​ເໜີ​ວ່າ: 2 ປະ​ເທດ​ສືບ​ຕໍ່​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ການ​ພົບ​ປະ​ຂັ້ນ​ສູງ​ປະຈຳ​ປີ​ລະຫວ່າງ​ກົມ​ການ​ເມືອງ 2 ປະ​ເທດ​​ເມື່ອ​​ເດືອນ 12/2015, ບັນດາ​ໝາກຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 38 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ ຫວຽດນາມ - ລາວ, ພ້ອມ​ກັບ​ໝາກຜົນ​​ແຫ່ງ​ການ​ຢ້ຽມຢາມ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທ​ດ. 2 ປະ​ເທດ​ໄດ້​ສຸມ​ໃສ່​ຜັນ​ຂະຫຍາຍ​ອະນຸສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ໄລຍະ 2016 – 2020, ສົມ​ທົບ​ກັນ​ໂຄສະນາ ​ເຜີຍ​ແຜ່, ຜັນ​ຂະຫຍາຍ​ສັນຍາ​ການ​ຄ້າ ​ແລະ ສັນຍາ​ການ​ຄ້າ​ເຂດ​ຊາຍ​ແດນ ຫວຽດນາມ - ລາວ​ຢ່າງ​ມີ​ປະສິດທິ​ຜົນ, ຍູ້​ແຮງ​ການ​ຮ່ວມ​ມື​ເຊື່ອມ​ຕໍ່​ກ່ຽວ​ກັບ​ພະລັງງານ ​ແລະ ຄົມມະນາຄົມ​ຂົນ​ສົ່ງ​ລະຫວ່າງ 2 ປະ​ເທດ… ພ້ອມ​ທັງ​ສົມທົບ​ກັນ​ຈັດ​ຕັ້ງ​ການສະ​ເຫຼີ​ມສະຫຼອງ 55 ​ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ແລະ 40 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢັ້ງຢືນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຍາມ​​ໃດ​ກໍ່​ຖື​ເປັນ​ສຳຄັນ ການຮັກສາ ​ແລະ ​ປັບ​ປຸງການ​ພົວພັນ​​ແບບ​ພິ​ເສດ ຫວຽດນາມ -ລາວ.

 

ຂ່າວ/ບົດ​ອື່ນ