ປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດ Timor Lester ເຂົ້າຢ້ຽມອຳລາ
(ທ່ານປະທານປະເທດເຈີນດ້າຍກວາງ
ຕ້ອນຮັບເອກອັກຄະລັດຖະທູດ Timor Lester)
(vovworld) - ຕອນບ່າຍວັນທີ 15/12, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Timor Lester, Jorge Trendade Neves De Camoes, ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ. ອວຍພອນທ່ານເອກອັກຄະລັດຖະທູດ ທີ່ໄດ້ສຳເລັດໜ້າທີ່ປະຕິບັດງານຢູ່ຫວຽດນາມ, ທ່ານປະທານປະເທດ ຢືນຢັນ ນະໂຍບາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນກັບ Timor Lester ໃນຂອບເຂດ 2 ຝ່າຍກໍ່ຄືຫຼາຍຝ່າຍ. ທ່ານປະທານປະເທດສະເໜີວ່າ, ໃນໄລຍະຈະມາເຖິງ 2 ຝ່າຍສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສ້າງລະບຽບການພາຍໃນໃຫ້ສົມບູນແບບເພື່ອໃຫ້ສັນຍາການຄ້າ 2 ຝ່າຍທີ່ໄດ້ຮັບການລົງນາມເມື່ອປີ 2013 ມີຜົນສັກສິດໂດຍໄວ, ພ້ອມທັງຊຸກຍູ້ການເຈລະຈາ ແລະ ລົງນາມໃນສັນຍາອາລັກຂາ 2 ຝ່າຍ…
ສ່ວນທ່ານເອກອັກຄະລັດຖະທູດ Trendade Neves De Camoes ຢືນຢັນວ່າ, ເຖິງວ່າຈະດຳລົງຕຳແໜ່ງໃດກໍ່ຕາມ ຍາມໃດກໍ່ແມ່ນຂົວຕໍ່ເພື່ອນຳການພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ.