ປະທານປະເທດເຈີນດ້າຍກວາງພົບປະເຍົາວະຊົນອະນຸຊົນຜ່ານຜ່າຄວາມຫຍຸ້ງຍາກບື່ນຕົວຂຶ້ນໃນການຮໍ່າຮຽນ
(ທ່ານປະທານປະເທດ ເຈີນດ້າຍກວາງ ພົບປະກັບຜູ້ແທນເດັກນ້ອຍ
ທີ່ປະສົບກັບຄວາມຫຍຸ້ງຍາກພິເສດ)
(vovworld) - ເນື່ອງໃນໂອກາດວັນເດັກສາກົນ 01/06 ແລະ ເດືອນເຄື່ອນໄຫວເພື່ອເດັກນ້ອຍປີ 2016, ຕອນເຊົ້າວັນທີ 30/05, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ພົບປະກັບຜູ້ແທນເດັກນ້ອຍ 55 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກພິເສດ. ນີ້ແມ່ນບັນດາແບບຢ່າງດີເດັ່ນ, ຕາງໜ້າໃຫ້ເດັກນ້ອຍໃນທົ່ວປະເທດກ່ຽວກັບຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ບັນລຸຜົນງານສູງໃນການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ. ທ່ານປະທານປະເທດ ເຈີນດ້າຍກວາງ ນັ້ນໜັກວ່າ, ເລື່ອງສົ່ງເສີມ, ສຶກສາ ແລະ ປົກປ້ອງເດັກນ້ອຍແມ່ນບັນຫາມີລັກສະນະຍຸດທະສາດ, ປະກອບສ່ວນສຳຄັນເຂົ້າໃນການກະກຽມ ແລະ ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ຮັບໃຊ້ໃຫ້ແກ່ພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນ. ທ່ານປະທານປະເທດ ເຈີນດ້າຍກວາງ ສະເໜີວ່າ.
“ຕ້ອງຕັ້ງໜ້າໂຄສະນາ, ເຜີຍແຜ່, ສຶກສາດ້ານກົດໝາຍ, ຄວາມຮູ້, ທັກສະກ່ຽວກັບການສົ່ງເສີມ, ສຶກສາ ແລະ ປົກປ້ອງເດັກນ້ອຍ. ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງໂຮງຮຽນ, ຄອບຄົວ ແລະ ສັງຄົມ, ລະຫວ່າງບັນດາຄະນະ, ຂະແໜງການ, ໝູ່ຄະນະໃນການປະຕິບັດກົດໝາຍວ່າດ້ວຍເດັກນ້ອຍ ປີ 2016. ເອົາໃຈໃສ່ກໍ່ສ້າງໂຮງຮຽນປອດໄພ, ໃກ້ຊິດສະໜິດສະໜົມ. ໃຫ້ບຸລິມະສິດແຫຼ່ງເງິນລົງທຶນບັນດາກິດຈະກຳໃຫ້ເດັກນ້ອຍ, ໂດຍສະເພາະແມ່ນເດັກນ້ອຍເຂດຊົນເຜົ່າຊ່ວນໜ້ອຍ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ”.