ປະທານປະເທດເຈີ່ນດ້າຍກວາງຢ້ຽມຢາມແຂວງກວາງນາມ

ປະທານປະເທດເຈີ່ນດ້າຍກວາງຢ້ຽມຢາມແຂວງກວາງນາມ - ảnh 1
(ພາບ: nhandan.com.vn)

(vovworld) –  ​ໂດຍ​ສືບ​ຕໍ່ການ​ປະຕິບັດ​ງານຢູ່​ບັນດາ​ແຂວງ​ພາກ​ກາງ, ວັນ​ທີ 30/4, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ລົງ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ແກ່​ແມ່ ຫວຽດນາມ ວິລະ​ຊົນ, ທະຫານ​ເສ​ຍອົງຄະ, ທະຫານ​ເຈັບ​ປວຍ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ ພວມ​ໄດ້​ຮັບ​ການເບິ່ງ​ແຍງ​ດູ​ແລ​ຢູ່​ສູນ​ລ້ຽງ​ດູ - ບຳລຸງ​ສຸຂະພາບ​ຜູ້​ມີ​ຄຸນງາມຄວາມດີ​ແຂວງ ກວາງ​ນາມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈີ​່ນດ້າຍ​ກວາງ ຢັ້ງຢືນ​ວ່າ: ພັກ, ລັດ ຍາມ​ໃດ​ກໍ​ຮູ້​ບຸນຄຸນ ​ແລະ ຈົດ​ຈຳ​ຄຸນງາມ​ຄວາມດີ​ຂອງ​ບັນດາ​​ແມ່ ຫວຽດນາມ ວິລະ​ຊົນ, ທະຫານ​ເສ​ຍອົງຄະ, ທະຫານ​ເຈັບ​ປວຍ, ຄອບຄົວນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ພາ​ລະ​ກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ​ທ່ານ​ເນັ້ນໜັກ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ ຍາມ​ໃດ​ກໍ່​ຖື​ການ​ເບິ່ງ​ແຍງ​ດູ​ແລ​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ​ແມ່ນພາລະ​ໜ້າ​ທີ່​ເພື່ອ​ຕອບ​ບຸນ​ແທນ​ຄຸນ​ຕໍ່ບັນດາ​ການ​ເສຍສະຫຼະ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ພໍ່​ແມ່​ປະຊາຊົນ​ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​​ໃຫ້​ບັນດາ​ຂະ​ແໜງ​ການ, ທຸກໆ​ຂັ້ນ​ຢູ່​ສູນ​ກາງ, ​ແຂວງ ກວາງ​ນາມ ສືບ​ຕໍ່​ມານະ​ພະຍາຍາມ​ສູ້ຊົນ​ເພື່ອ​ປະຕິບັດ​ວຽກ​ງານ​ນີ້​ໃຫ້​ດີ​ກ່ວາ​ອີກ.


ຂ່າວ/ບົດ​ອື່ນ