(ພາບປະກອບ: TTXVN)
(vovworld) –ວັນທີ 17/9, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດເຈືອງເຕິນຊາງໃຫ້ການຕ້ອນຮັບເອກອັກຄະລັດຖະທູດປະເທດ Sierra Leone, Iceland, Tunisian, Tazania, Guatemala, Grudia, Mali ມາຍື່ນສານຕາຕັ້ງ.
ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດປະເທດ Sierra Leone, ທ່ານປະ ທານປະເທດເຈືອງເຕິນຊາງ ປາດຖະໜາວ່າ, Sierra Leone ຈະສືບຕໍ່ສະໜັບສະໜູນຫວຽດນາມ ສະໝັກຮັບເລືອກຕັ້ງເຂົ້າສະພາເສດຖະກິດສັງຄົມ ສປຊ ແລະ ສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021 ພ້ອມທັງຮັບຮອງພື້ນຖານເສດຖະກິດການຕະຫຼາດຂອງຫວຽດນາມ.
ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດປະເທດ Tunisian, ທ່ານປະ ທານປະເທດເຈືອງເຕິນຊາງ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືການພົວພັນກັບພາກພື້ນອາຟຼິກກາເປັນສຳຄັນ, ໃນນັ້ນມີ Tunisian.
ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດປະເທດ Mali, ທ່ານປະທານປະເທດເຈືອງເຕິນຊາງ ປາດຖະໜາວ່າ, ສອງຝ່າຍຈະສືບຕໍ່ຮັກສາການຮ່ວມມື, ຂຸດຄົ້ນຄວາມສາມາດບົ່ມຊ້ອນທ່າແຮງເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດຫວຽດນາມ- Mali./.