ປະທານປະເທດເຈຶອງເຕິນ ຊາງໃຫ້ການຕ້ອນຮັບ ບັນດາທ່ານເອກອັກ ຄະລັດຖະທູດ
ທ່ານປະທານປະເທດເຈືອງເຕີນຊາງ
(ພາບ: http://truongtansang.net)
(vovworld)- ສ້າງເງື່ອນໄຂທີ່ດີທີ່ສຸດເພື່ອໃຫ້ບັນດາທ່ານເອກອັກຄະລັດຖະທູດ ປະຕິບັດສຳເລັດໜ້າທີ່ຢູ່ຫວຽດນາມ. ທ່ານປະທານປະເທດເຈືອງເຕີນຊາງ ໄດ້ຢືນຢັນຄືດັ່ງກ່າວທີ່ການຕ້ອນຮັບເອກອັກຄະລັດຖະທູດ 10 ທ່ານມາຍື່ນສານຕາຕັ້ງເມື່ອຕອນເຊົ້າວັນທີ 6/3, ໃນນັ້ນມີທ່ານເອກອັກຄະລັດຖະທູດປາກີສະຖານ, ບຣູໄນ, ອູໄນເຕບອາຣັບເອມີເລດ (UAE), ກາຊັກສະຖານ, ອີຢີບ, ມ້ຽນມາ, ໄທ.
ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດບຣູໄນ, ທ່ານປະທານປະເທດເຈືອງເຕີນຊາງ ຖືວ່າ: ແງ່ຫວັງແຫ່ງການຮ່ວມມືສອງຝ່າຍຍັງໃຫ່ຍຫຼວງຢູ່, ໂດຍສະເພາະແມ່ນໃນບັນດາຂົງເຂດນ້ຳມັນອາຍແກດ, ກະສິກຳ ແລະ ການທ່ອງທ່ຽວ…ທ່ານປະທານປະເທດເຈືອງເຕີນຊາງ ປາດຖະໜາວ່າ, ສອງຝ່າຍຈະລົງນາມໃນສັນຍາຮ່ວມມືດ້ານວັດທະນະທຳ ແລະ ການສຶກສາໂດຍໄວ.
ໃນການຕອ້ນຮັບທ່ານເອກອັກຄະລັດຖະທູດ ອູໄນເຕບອາຣັບເອມີເລດ (UAE), ທ່ານປະທານປະເທດເຈືອງເຕີນຊາງຢືນຢັນວ່າ, ຍາມໃດກໍ່ຖືວ່າຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືມິດຕະພາບອັນເປັນມູນເຊື້ອກັບ ອູໄນເຕບອາຣັບເອມີເລດ (UAE), ໂດຍສະເພາະແມ່ນໃນຂົງເຂດການຄ້າ, ການລົງທຶນ ແລະ ອອກແຮງງານ.
ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດລາຊະອານາຈັກໄທ, ທ່ານປະທານປະເທດເຈືອງເຕີນຊາງຢືນຢັນວ່າ, ຍາມໃດຫວຽດນາມ ກໍພ້ອມແລ້ວທີ່ຈະສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ໄທ ມາລົງທຶນຢູ່ຫວຽດນາມ./.