ປະທານປະເທດເຈືອງເຕີນຊາງ ຢ້ຽມຢາມ ແລະ ເຮັດວຽກຢູ່ກວາງບິງ

ປະທານປະເທດເຈືອງເຕີນຊາງ ຢ້ຽມຢາມ ແລະ ເຮັດວຽກຢູ່ກວາງບິງ - ảnh 1
ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ

(ພາບ:vnexpress24h.com)

(vovworld)-​ ​ວັນ​ທີ 1/3 ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ສູນ​ກາງ​ໄດ້​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ກວາງ​ບິງ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຮັບປະກັນ​ຄວາມ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ. ທ່ານ​ໄດ້​ໄປ​ຊອກ​ຮູ້​ກ່ຽວ​ກັບ​ຮູບ​ແບບ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ​ດ້າຍ​ແຈກ ​ເມືອງ​ໂບ​ແຈກ​ ແຂວງ​ກວາງ​ບິງ, ​ໄປ​ຢ້ຽມຢາມ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ລີ​ຮ່ວາ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ຫລັກ​ແຫຼ່ງ​ແຂວງ​ກວາງ​ບິງ.

  ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ກວາງ​ບິງ, ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຖື​ວ່າ: ກວາງ​ບິງ ​ຕ້ອງ​ເສີມ​ຂະຫຍາຍບັນດາ​ຄວາມ​ບົ່ມ​ຊ້ອນ​ດ້ານ​ການ​ຄ້າ, ການທ່ອງທ່ຽວ, ກະສິກຳ ​ແລະ ຂຸດ​ຄົ້ນສິນ​ທະ​ເລ…ການ​ສ້າງຕັ້ງບັນດາ​ໜ່ວຍ​ສາມັກຄີ​ຂຸນ​ຄົ້ນສິນ​ທະ​ເລ​ແມ່ນ​ເໝາະ​ສົມ​ທີ່​ສຸດ, ທາງ​ແຂວງ​ຕ້ອງ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ຊາວ​ປະມົງ​ພັດທະນາ​ເສດຖະກິດ, ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ:

   “​ເຮັດ​ແນວ​ໃດ​ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ຊາວ​ປະ​ມົງ ​ເພື່ອ​ໃຫ້​ເຂົ​າ​ເຈົ້າມີ​ຄວາມ​ອຸ່ນ​ອຽນ​ໃຈ​ອອກ​ທະ​ເລ​ຫາ​ປາ, ສະຫງວນ​ທຶນ​ໃຫ້​ບຸລິມະສິດ​ແກ່​ເຂົາ​ເຈົ້າ. ຖ້າ​ມີ​ເຮືອ, ກຳ​ປັ່ນ​ມີ​ຄຸນ​ນະພາ​ບດີ, ປະກອບ​ພາຫະນະ​ຕິດ​ຕໍ່​ພົວພັນ​, ​ແນ່ນອນ​ວ່າ ຈະ​ມີ​ກຳລັງ​ແຮງ​ງານ​ເຮັດ​ວຽກ​ບົນ​ທະ​ເລ​ຫຼາຍ​ກ່ວາ​ອີກ

ຂ່າວ/ບົດ​ອື່ນ