ປະທານປະເທດເຈືອງເຕິນຊາງ ເຂົ້າຮ່ວມກອງປະຊຸມ APEC 21

ປະທານປະເທດເຈືອງເຕິນຊາງ ເຂົ້າຮ່ວມກອງປະຊຸມ APEC 21 - ảnh 1
 
(ພາບ:baophutho.vn

 (vovworld)- ວັນ​ທີ 6/10, ທ່ານປະທາ​ນປະ​ເທ​ດ​ເຈືອງ​ເຕິ​ນຊາງ​ ພ້ອມ​ດ້ວຍ​ຄະນະຜູ້ແທນ​ຂັ້ນສູງ​ຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ ​ໄປເຂົ້າຮ່ວມ​ກອງ​ປະຊຸມຂັ້ນສູງ ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ-​ປາຊີ​ຟິກ ຄັ້ງທີ 21 (APEC 21) ​ແຕ່​ວັນ​ທີ 7-8/10/2013 ຢູ່​ອິນ​ໂດ​ເນ​ເຊຍ ຕາມ​ຄຳ​ເຊີນ​ຂອງ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Susilo Bambang Yudhoyno. ​ໃນ 2 ວັນ​ເຂົ້າຮ່ວມ​ກອງ​ປະຊຸມ​ APEC 21, ທ່ານປະທາ​ນປະ​ເທ​ດ​ເຈືອງ​ເຕິ​ນຊາງ ຈະ​ເຂົ້າຮ່ວມ​ວາລະ​ປະຊຸມ​ຄົບ​ຄະນະຄັ້ງຕ່າງໆ, ສົນທະນາ​ຕາມ​ກຸ່ມ, ດຳ​ເນີນ​ການ​ພົບ​ປະ​ຂັ້ນສູງ, ພົບ​ປະ​ສອງ​ຝ່າຍ​ກັບ​ການ​ນຳ​ບັນດາ​ພື້ນ​ຖານ​ເສດຖະກິດ​ສະມາຊິກ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຜັນ​ຂະຫຍາຍ​ແນວທາງ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ການ​ເປັນ​ເຈົ້າການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ, ສະ​ແດງ​ນະ​ໂຍບາຍ​ຖື​ເປັນ​ສຳຄັນ ​ແລະ ​ເສີມ​ຂະຫຍາຍ​ ບົດບາດ​ຢູ່​ບັນດາ​ກົນ​ໄກ​ຮ່ວມ​ມື​ຢູ່ ອາຊີ-​ປາຊີ​ຟິກ, ​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ສະມາຊິກ​ຫຼັກ​ແຫຼ່ງຂອງ APEC.

ຂ່າວ/ບົດ​ອື່ນ