ປະທານປະເທດເຈືອງເຕິ໋ນຊາງກວດກາວຽກງານແກ້ໄຂຜົນຮ້າຍຈາກພາຍຸຢູ່ແຂວງກວາງນິງ

ປະທານປະເທດເຈືອງເຕິ໋ນຊາງກວດກາວຽກງານແກ້ໄຂຜົນຮ້າຍຈາກພາຍຸຢູ່ແຂວງກວາງນິງ - ảnh 1
ທ່ານປະທານປະເທດເຈືອງເຕິ໋ນຊາງ
ກວດກາວຽກງານແກ້ໄຂຜົນຮ້າຍຈາກພາຍຸຢູ່ແຂວງກວາງນິງ
(ພາບ: baoquangninh.com.vn)


(vovworld) - ຕໍ່ໜ້າ​ການ​ຜັນ​ແປ​ໄປ​ຢ່າງ​ສັບສົນຈາກ​ຝົນຕົກ, ນຳ້​ແກ່ງ, ​ເຊິ່ງ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ບັນດາ​ແຂວງ​ພາກ​ເໜືອ. ຕອນ​ເຊົ້າ​ວັນ​ທີ 4/8, ທ່ານປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ສູນ​ກາງ ​ໄດ້​ລົງ​ຢ້ຽມຢາມ​ພໍ່​ແມ່​ປະຊາຊົນ, ກວດກາ, ຊີ້​ນຳ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງຈາກ​ໄພ​ທຳ​ມະ​ຊາດ ​ເພື່ອ​ຮັບປະກັນ​ຊີວິດ​ ​ ​ແລະ ການ​ຜະລິດ​ຂອງປະຊາຊົນ​ແຂວງ​ກວາງ​ນິງ ເປັນ​ປົກກະຕິ. ​ເມື່ອ​ແບ່ງປັນ​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ຊັບ​ສິນ ​ແລະ ຊີວິດ​ອີນຊີ​ຂອງ​ແຂວງ​ກວາງ​ນິງ, ທ່ານ ປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ສະ​ເໜີ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ ສຸມ​ໃສ່​ປະຕິບັດ​ວຽກ​ງານ​ກູ້​ຊ່ວຍ​ປະຊາຊົນ​ຢ່າງ​ຮີບ​ດ່ວນ; ຮັບປະກັນ​ຊີວິດ​ການ​ເປັນ​ຢູ່ ​ແລະ ການ​ຜະລິດ​ຂອງ​ປະຊາຊົນ​ເປັນ​ປົກກະຕິ​ໂດຍ​ໄວ, ບໍ່​ປະ​ໃຫ້​ຜູ້​ໃດ​ເສຍ​ຊີວິດ​​ຕື່ມ​ອີກ. ທ່ານ ປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ສະ​ເໜີ​ວ່າ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ແກ້​ໄຂ​ຄວາມ​ເສຍ​ຫາຍ, ໜູນ​ຊ່ວຍ​ປະຊາຊົນ, ກຳມະກອນ​ໂດຍ​ໄວ. ພ້ອມ​ທັງ​ຖອດ​ຖອນ​ບົດຮຽນ, ສຳ​ຫຼວດສະພາບ​ຕົວ​ຈິງ​ເພື່ອ​ບໍ່​ໃຫ້​ຕົກ​ເຂົ້າ​ສູ່​ທ່າ​ຮັບ​.

ຝົນຕົກ​ນຳ້​ແກ່ງ​ທີ່​ແກ່ຍາວ​ແຕ່​ວັນ​ທີ 25/7-3/8 ຢູ່ ກວາງ​ນິງ ​ໄດ້​ເຮັດ​ໃຫ້ 17 ຄົນ​ເສຍ​ຊີວິດ, 30 ຄົນ​ຮັບ​ບາດ​ເຈັບ, ​ເຮືອນ 339 ຫຼັງ​ຖືກ​ພັງ​ທະລາ​ຍ… ມາ​ຮອດ​ປະຈຸ​ບັນ, ຄວາມ​ເສຍ​ຫາຍ​ໃນ​ບໍລິ​ເວນ​ແຂວງ​ກວາງ​ນິງ ​ແມ່ນ 2.700 ຕື້​ດົ່ງ, ສະ​ເພາະ​ຂະ​ແໜງ​ຖ່ານ​ຫີນ​ແມ່ນ​ເສຍ​ຫາຍ​​ເຖິງ 1.200 ຕື້​ດົ່ງ.

 

ຂ່າວ/ບົດ​ອື່ນ