ປະທານປະເທດເຈືອງເຕີນຊາງ:ກໍ່ສ້າງນະຄອນຫາຍເຢືອງໃຫ້ກາຍເປັນຕົວເມືອງສິວິໄລ,ພັດທະນາແບບຍືນຍົງ

ປະທານປະເທດເຈືອງເຕີນຊາງ:ກໍ່ສ້າງນະຄອນຫາຍເຢືອງໃຫ້ກາຍເປັນຕົວເມືອງສິວິໄລ,ພັດທະນາແບບຍືນຍົງ - ảnh 1
ປະທານປະເທດເຈືອງເຕີນຊາງມອບຫຼຽນ​ໄຊ​ເອ​ກະ​ລາດ​ຊັ້ນ 2 ໃຫ້​ນະ​ຄອນ

(vovworld) – ວັນ​ທີ 30/10, ຢູ່​ນະ​ຄອນ ຫາຍ​ເຢືອງ, ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 210 ປີ​ແຫ່ງວັນ​ສ້າງ​ຕັ້ງ ແທ່ງ​ດົງ, 60 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນ ຫາຍ​ເຢືອງ ແລະ ຕ້ອນ​ຮັບຫຼຽນ​ໄຊ​ເອ​ກະ​ລາດ​ຊັ້ນ 2. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກ​ວ່າ: 210 ປີ​ແຫ່ງປະ​ຫວັດ​ຄວາມ​ເປັນ​ມາ​ ແລະ 60 ປີ​ແຫ່ງວັນ​ປົດ​ປ່ອຍ​ຂອງ ແທ່ງ​ດົງ - ນະ​ຄອນ ຫາຍ​ເຢືອງ ເປັນ​ໜ້າ​ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ສຸດ. ແຕ່​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ​ພວມ​ວາງ​ອອກ​ບັນ​ດາ​ໜ້າ​ທີ່​ອັນ​ໃຫຍ່ຫຼວງ, ຮຽກ​ຮ້ອງ​ໃຫ້​ນະ​ຄອນ ຫາຍ​ເຢືອງ ຄວນ​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ພ້ອມ​ກັບ​ທົ່ວ​ປ​ະ​ເທດ​ປະ​ຕິ​ບັດ​ໜ້າ​ທີ່ນັ້ນ​ຢ່າງ​ມີ​ໄຊ:

        “ນະ​ຄອນ ຫາຍ​ເຢືອງ ຄວນ​ສືບ​ຕໍ່​ກໍ່​ສ້າງ​ລະ​ບົບ​ການ​ເມືອງ​ປອດ​ໄສ, ໝັ້ນ​ຄົງ​ເຂັ້ມ​ແຂງ, ເຊິ່ງ​ຈຸດ​ສຸມ​ແມ່ນ​ສືບ​ຕໍ່​ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​ຄັ້ງ​ທີ 4 (ຊຸດ​ທີ 11) ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ ແລະ ຄຳ​ສັ່ງ​ເລກ​ທີ 03 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ “ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງຄຸນ​ສົມ​ບັດ​ປະ​ທານ ໂຮ່​ຈີ​ມິນ” ຢ່າງ​ມີ​ໄຊ, ແກ້​ໄຂ​ສະ​ພາບ​ຊຸ​ດ​ໂຊມ​​ດ້ານແນວ​ຄິດ​ການ​ເມືອງ, ຄຸ​ນ​ສົມ​ບັດ​​ແບບ​ແຜນດຳ​ລົງ​ຊີ​ວິດ, ເພື່ອ​ໃຫ້​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ກາຍ​ເປັນ​ຜູ້​ນຳ​ພາ, ຜູ້ຈົ່ງ​ຮັກ​ພັກ​ດີ​ຂອງ​ປະ​ຊາ​ຊົນ​ຢ່າງ​ແທດ​ຈິງ. ຄວນ​ເບິ່ງ​ແຍງ​ດູ​ແລ, ເພ​ີ່ມ​ພູນ​ຄູນ​ສ້າງ​ກາ​ນ​ພົວ​ພັນ​ເລືອດ​ເນື້ອ​ລະ​ຫວ່າງ​ພັກ ແລະ ປະ​ຊາ​ຊົນ, ຍ້ອນ​ກາ​ນ​ພົວ​ພັນ​ນີ້​ແມ່ນ​ກົກ​ເ​ຄົ້າ​ເຫງົ້າ​ກໍ, ແມ່ນ​ປະ​ຖົມ​ປັດ​ໄຈ​ເພື່ອ​ຮັບ​ປະ​ກັນ​ປະ​ຕິ​ບັດ​ທຸກໆ​ໜ້າ​ທີ່​ຢ່າງ​ມີ​ໄຊ.”

ຂ່າວ/ບົດ​ອື່ນ