ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ເຮັດວຽກກັບການນຳສານປະຊາຊົນສູງສຸດ
(ພາບ: TTXVN)
|
(vovworld) – ວັນທີ 30/12, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ, ຫົວໜ້າຄະນະຊີ້ນຳປະຕິຮູບຕຸລາການສູນກາງ, ເຮັດວຽກກັບການນຳສານປະຊາຊົນສູງສຸດກ່ຽວກັບວຽກງານສານ. ທ່ານປະທານປະເທດ ຮັບຮູ້ບັນດາໝາກຜົນເຊິ່ງຂະແໜງສານບັນລຸໄດ້ໃນປີຜ່ານມາ, ພິເສດແມ່ນວຽກງານພິພາກສາຮັບປະກັນຄຸນນະພາບ, ຫັນບັນດາຂໍ້ກຳນົດຕາມຈິດໃຈຂອງລັດຖະທຳມະນູນປີ 2013 ເປັນລະບອບກົດໝາຍຢ່າງທັນການ. ທ່ານປະທານປະເທດ ເຈືອງເຕີນຊາງ ສະເໜີໃຫ້ຂະແໜງສານຍົກສູງລະດັບວິຊາຊີບ ຕິດພັນກັບການສຶກສາຄຸນນະທາດການເມືອງໃຫ້ແກ່ຖັນແຖວພະນັກງານ, ລັດຖະກອນຂອງຂະແໜງ. ທ່ານປະທານປະເທດເຈືອງເຕີນຊາງ ສະເໜີວ່າ: ໃນປີ 2015, ຂະແໜງສານຄວນມານະພະຍາຍາມຢ່າງສູງສຸດເພື່ອແນໃສ່ຍົກສູງຄຸນນະພາບການພິພາກສາ, ສຸມໃສ່ຜັນຂະຫຍາຍວຽກງານສ້າງກົດໝາຍຕາມຈິດໃຈຂອງລັດຖະທຳມະນູນສະບັບໃໝ່, ອີງຕາມບັນດາແຜນນະໂຍບາຍຂອງພັກ, ບັນດາມະຕິຂອງສະພາແຫ່ງຊາດ.