ປະທານປະເທດເຈືອງເຕີນຊາງຕອນຮັບປະທານສະພາຕໍ່າຟິລິບປີນ
(ທ່ານປະທານປະເທດເຈືອງເຕີນຊາງ
ຕອນຮັບປະທານສະພາຕໍ່າຟິລິບປີນ)
(vovworld) – ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ APEC ຄັ້ງທີ 23 ຢູ່ນະຄອນຫຼວງມານີລາ ຂອງຟີລິບປີນ, ຕອນເຊົ້າວັນທີ 17/11, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມີການຕ້ອນຮັບທ່ານປະທານສະພາຕໍ່າຟີລິບປີນ Faliciana Belmonte. ທ່ານປະທານປະເທດ ເຈືອງເຕີນຊາງ ຖືວ່າ, ເລື່ອງ 2 ປະເທດລົງນາມໃນຖະແຫຼງການຮ່ວມສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດພາຍຫຼັງການເຈລະຈາກັບທ່ານປະທານນາທິບໍດີຟິລິບປີນ ໃນຕອນບ່າຍວັນດຽວກັນ ໄດ້ເປີດສັງກະລາດໃໝ່ໃນການພົວພັນລະຫວ່າງ 2 ປະເທດ; ສ້າງກຳລັງໜູນໃໝ່ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການພົວພັນ 2 ຝ່າຍ. ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນວ່າ, ຍາມໃດຫວຽດນາມ ກໍສົ່ງເສີມ, ໜູນຊ່ວຍວິສາຫະກິດ 2 ປະເທດ ເພີ່ມທະວີການຮ່ວມມືລົງທຶນໃນບັນດາຂົງເຂດເຊິ່ງ 2 ຝ່າຍມີຄວາມຕ້ອງການ ແລະ ມີທ່າແຮງຄື: ຜະລິດຕະພັນໃຊ້ຊ້ອຍ, ສະບຽງອາຫານ ແລະ ປຸງແຕ່ງສະບຽງອາຫານ, ການບໍລິການ…
ສ່ວນທ່ານປະທານສະພາຕໍ່າຟີລິບປີນ Faliciana Belmonte ໃຫ້ຮູ້ວ່າ, ຟີລິບປີນ ມີຄວາມປະທັບໃຈຕໍ່ບັນດາຜົນງານດຶງດູດການລົງທຶນໂດຍກົງຈາກຕ່າງປະເທດຂອງຫວຽດນາມ ແລະ ຈະທາບທາມພຶດຕິກຳຕົວຈິງຂອງຫວຽດນາມ ເພື່ອປັບປຸງກົນໄກນະໂຍບາຍໃຫ້ສົມບູນແບບ. ຫວຽດນາມ ແລະ ຟີລິບປີນ ມີຫຼາຍຈຸດທີ່ຄ້າຍຄືກັນ, ພິເສດແມ່ນດ້ານພູມສາດ. ນີ້ແມ່ນເງື່ອນໄຂສະດວກເພື່ອໃຫ້ 2 ປະເທດ ເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ໂດຍສະເພາະເມື່ອ 2 ປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດສະສາດ.