ປະທານປະເທດເຈືອງເຕີນຊາງຕ້ອນຮັບອະດີດຜູ້ຮັກສາການປະທານພັກປະຊາທິປະໄຕຍີ່ປຸ່ນ
ປະທານປະເທດເຈືອງເຕີນຊາງຕ້ອນຮັບອະດີດຜູ້ຮັກສາການປະທານພັກປະຊາທິປະໄຕຍີ່ປຸ່ນ
(ພາບ: Nguyễn Khang/TTXVN)
(vovworld) - ຕອນບ່າຍວັນທີ 5/8, ທ່ານປະທານປະເທດເຈືອງເຕີນຊາງຕ້ອນຮັບອະດີດຜູ້ຮັກສາການປະທານພັກປະຊາທິປະໄຕ ຍີ່ປຸ່ນ Sengoku Yoshito, ເມື່ອແລກປ່ຽນກັບທ່ານ Sengoku Yoshito, ທ່ານປະທານປະເທດ ເຈືອງເຕີນຊາງ ປາດຖະນາຢາກ ຍີ່ປຸ່ນ ສືບຕໍ່ເປີດກ້ວາງບັນດາໂຄງການກະສິກຳຢູ່ບັນດາທ້ອງຖີນຂອງ ຫວຽດນາມ ຕາມຮູບແບບການຜະລິດກະສິກຳພົ້ນເດັ່ນຂອງແຂວງ Ibraki. ທ່ານປະທານປະເທດ ໃຫ້ຄຳໝັ້ນສັນຍາວ່າ ຫວຽດນາມ ຈະກວດກາຄືນກົນໄກນະໂຍບາຍເພື່ອສ້າງສະພາບແວດລ້ອມແຫ່ງການຮ່ວມມືຢ່າງມີປະສິດທິຜົນ.
ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ທ່ານອະດີດຜູ້ຮັກສາການປະທານພັກປະຊາທິປະໄຕ Sengoku Yoshito ເຫັນດີເປັນເອກະສັນນຳກັນວ່າເພື່ອມີແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຕອບສະໜອງການພັດທະນາຂອງປະເທດ, ຫວຽດນາມ ຄວນຍູ້ແຮງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ທ່ານປະທານປະເທດ ເຊື່ອໝັ້ນວ່າ: ເລື່ອງສ້າງຕັ້ງມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ ຢູ່ ຮ່າໂນ້ຍ ແລະ ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ 2 ປະເທດໃນຂົງເຂດການສຶກສາຈະເປີດກາລະໂອກາດຮ່ວມມືໃໝ່ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ ປະຊາຊົນ 2 ປະເທດເພື່ອການພັດທະນາຂອງແຕ່ລະປະເທດ ແລະ ພາກພື້ນ.