ປະທານປະເທດເຈືອງເຕິ໋ນຊາງປະດັບຫຼຽນໄຊແຮງງານໃຫ້ຄະນະຫວຽດນາມຢູ່ສປຊ

ປະທານປະເທດເຈືອງເຕິ໋ນຊາງປະດັບຫຼຽນໄຊແຮງງານໃຫ້ຄະນະຫວຽດນາມຢູ່ສປຊ - ảnh 1
ປະທານປະເທດເຈືອງເຕິ໋ນຊາງ
ປະດັບຫຼຽນໄຊແຮງງານໃຫ້ຄະນະຫວຽດນາມຢູ່ສປຊ
(ພາບ: TTXVN)

(vovworld) - ​​ ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສຳຄັນ​ຕ່າງໆ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ໃຫຍ່ ສະມັດຊາ ສະຫະ​ປະຊາ​ຊາດ (ສປຊ) ຄັ້ງ​ທີ 70, ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້ປະດັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 2 ໃຫ້​ຄະນະຜູ້ຕາງໜ້າ​ຫວຽດນາມ​ ປະຈຳ ສປຊ. ກ່າວ​ຄວາມ​ເຫັນ​ທີ່​ພິທີ​ປະດັບ​ຫຼຽນ​ໄຊ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ເນັ້ນ​ໜັກ​ວ່າ, ຫວຽດນາມ ​ພວມ​ຢືນ​ຢູ່​ຕໍ່ໜ້າ​ ກາລະ​ໂອກາດຫຼາຍ​ຢ່າງ ​ແຕ່​ກໍ່​ມີ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ. ດັ່ງ​ນັ້ນ ຄະນະຜູ້ຕາງໜ້າ​ຫວຽດນາມ​ ປະຈຳ ສປຊ ຄວນ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ, ຮັກສາ​ຄຸນ​ນະ​ທາດ, ມານະ​ພະຍາຍາມ​ໝູນ​ໃຊ້​ທຸກ​ກາລະ​ໂອກາດ ​ເພື່ອ​ເພີ່ມ​ກຳລັງ ​ແລະ ທ່ວງທ່າ​ຂອງ​ປະ​ເທດຕື່ມ​ອີກ, ປະກອບສ່ວນ​ເຂົ້າ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ໃນ​ສະພາບ​ການ​ໃໝ່.

ຂ່າວ/ບົດ​ອື່ນ