ປະທານປະເທດເຈືອງເຕີນຊາງພົບປະກັບບັນດານັກສຶກສາດີເດັ່ນໄດ້ຮັບລາງວັນດາວເດືອນຈຽງ

ປະທານປະເທດເຈືອງເຕີນຊາງພົບປະກັບບັນດານັກສຶກສາດີເດັ່ນໄດ້ຮັບລາງວັນດາວເດືອນຈຽງ - ảnh 1
ປະທານປະເທດເຈືອງເຕີນຊາງພົບປະກັບບັນດານັກສຶກສາດີເດັ່ນໄດ້ຮັບ
ລາງວັນດາວເດືອນຈຽງ
(ພາບ: Nguyễn Khang – TTXVN)

(vovworld) – ​​​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມ​ສະຫຼອງ 65 ປີ​ແຫ່ງວັນ​ມູນ​ເຊຶ້ື້ອ​ນັກ​ຮຽນ, ນັກ​ສຶກ​ສາ ແລະ ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ (9/1/1950 – 9/1/2015), ຕອ​ນ​ບ່າຍ​ວັນ​ທີ 7/1, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ພົບ​ປະ​ສັງ​ສັນ​ກັບ​ຜູ້​ແທນ 102 ຄົນ​ເຊິ່ງ​ແມ່ນ​ນັກ​ສຶກ​ສາ​ດີ​ເດັ່ນ​ທີ່ໄດ້​ຮັບ​ນາມ​ມະ​ຍົດ “ນັກ​ສຶກ​ສາ 5 ດີ” ຂັ້ນ​ສູງ​ກາງ ແລະ ລາງວັນ “ດາວ​ເດືອນ​ຈຽງ” ປີ 2014. ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ນັກ​ສຶກ​ສາ​ດີ​ເດັ່ນ, ທ່ານ​ປະ​ທານ​ປະ​ເທດ ເນັ້ນ​ໜັກ​ວ່າ: ນັກ​ສຶກ​ສາ​ແມ່ນ​ພາກ​ສ່ວນ​ດີ​ເດັ່ນ​ໃນ​​ໝູ່ຊາວ​ໜຸ່ມ, ໃນ​ຕະຫລອດ​​ໄລ​ຍະປະ​ຫ​ວັດ​ສາດ​ອັນ​ຍາວ​ນານ, ຍາມ​ໃດ​ຊາວ​ໜຸ່ມກໍ່​ແມ່ນ​ເສົາ​ຄ້ຳຫຼັັກ​ແຫຼ່ງ​ຂອງ​ປະ​ເທດ​ຊາດ, ພິ​ເສດ​​ແມ່ນ​ໃນ​ລະ​ບອບ ໂຮ່​ຈີ​ມິນ, ນັກ​ສຶກ​ສາ, ຊາວ​ໜຸ່ມ ຫວຽດ​ນາມ​ ໄດ້ມີ​​ການ​ອຸ​ທິດ​ສ່ວນ​ດີ​ເດັ່ນ​ໃນ​ພາ​ລະ​ກິດ​ປົດ​ປ່ອຍ​ຊາດ. ປະ​ຈຸ​ບັນ, ບັນ​ດາ​ຂະ​ບວນ​ການແຂ່ງ​ຂັນ “ຮ່ຳ​ຮຽນ, ຝຶກ​ຝົນຫຼໍ່ຫຼອມ​ເພື່ອ​​ກໍ່​ຮ່າງ​ສ້າງ​ຕົວ​ໃນ​ອະ​ນາ​ຄົດ”, “ແຂ່ງ​ຂັນກັນຮຽນ​ດີ​, ຝຶກ​ຝົນຫຼໍ່ຫຼອມ​​ເດັ່ນ”, “ນັກ​ສຶກ​ສາ 5 ດີ”… ໄດ້​ຮັບ​ການ​​ເຂົ້າ​ຮ່ວມຫຼວງຫຼາຍ​ຂອງຈາກ​ນັກ​ສຶກ​ສາ​ນີ້ແມ່ນ​ການ​ສືບ​ທອດ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ສະ​ຫງ່າ​ລາ​ສີ​ຂອງ​ລຸ້​ນ​ກ່ອນ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ບື່ນ​ຕົວ​ຂຶ້ນ​ຂອງ​ບັນ​ດາ​ນັກ​ສຶກ​ສາ​ດີ​ເດັ່ນ, ທ່ານ​ປະ​ທານ​ປະ​ເທດ ຖື​ວ່າ: ເລື່ອງ​ຈັດ​ຕັ້ງ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ “ນັກ​ສຶກ​ສາ 5 ດີ” ກົງ​ກັບ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ມູນ​ເຊື້ອ​ນັກ​ສຶກ​ສາ​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ​ທີ່​ສຸດ, ທັງ​​ເພີ່ມ​ມູນ​ເຊື້ອ​​ອັນສະ​ຫງ່າ​ລາ​ສີ​ຂອງ​ນັກ​ສຶກ​ສາ​​ຕື່ມອີກ, ທັງ​ແມ່ນ​ກຳ​ລັງ​ໜູນ​ສົ່ງ​ເສີມ​ຂະ​ບວນ​ການ​ແຂ່ງ​ຂັນ​ກັນ​ໃນ​​ໝູ່ນັກ​ສຶກ​ສາ​ທົ່ວ​ປະ​ເທດ. ທ່ານ​ປະ​ທານ​ປະ​ເທດ ເຊື່ອ​ໝັ້ນ​ວ່າ ບັນ​ດາ​ນັກ​ສຶກ​ສາ​ດີ​ເດັ່ນ​​ທີ່ໄດ​້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊ​ີຍ​ແມ່ນຜູ້​ເກັ່ງ​ກ້າ​ສາ​ມາດ​ຂອງ​ປະ​ເທດ​ຊາດ​ຄວນ​ສືບ​ຕໍ່​ຝຶກ​ຝົນຫຼໍ່ຫຼອມ, ສູ້​ຊົນປະ​ກອບ​ກຳ​ລັງ​ແຮງ​ຂອງ​ຕົນ​ໃຫ້​ແກ່​ພາ​ລະ​ກິດ​ສ້າງ​ສາ​ປ​ະ​ເທດ​ຊາດ​ເພື່ອ​​ທຽບ​ທັນ​ກັບ 5 ທະ​ວີບ​ຄື​ດັ່ງ​ຄວາມ​ຫວັງ​ຂອງ​ປະ​ທານ ໂຮ່​ຈີ​ມິນ.


ຂ່າວ/ບົດ​ອື່ນ