ປະທານປະເທດເຈືອງເຕີນຊາງມອບຫຼຽນໄຊມິດຕະພາບໃຫ້ປະທານສານສູງສຸດສະຫະພັນລັດເຊຍ

ປະທານປະເທດເຈືອງເຕີນຊາງມອບຫຼຽນໄຊມິດຕະພາບໃຫ້ປະທານສານສູງສຸດສະຫະພັນລັດເຊຍ - ảnh 1
ທ່ານປະທານປະເທດເຈືອງເຕີນຊາງ ມອບຫຼຽນໄຊມິດຕະພາບ
ໃຫ້ປະທານສານສູງສຸດສະຫະພັນລັດເຊຍ
(ພາບ: TTXVN)


(vovworld) –​ ​ ​​​ຕອນ​ບ່າຍ​ວັນ​ທີ 02/03, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ໃຫ້​ການ​ຕ້ອນ​ຮັບ ແລະ ມອບ​ຫຼຽນ​ໄຊ​ມິດ​ຕະ​ພາບ​ໃຫ້​ທ່ານ Mikhailovich Lebedev, ປະ​ທານ​ສານ​​ສູງ​ສຸດ​ສະ​ຫະ​ພັນ​ລັດ​ເຊຍ ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ​ ເນັ້ນ​ໜັກ​ວ່າ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ຫວ່າງມໍ່ໆ​ມານີ້​ໄດ້​ມີ​ການ​ພັດ​ທະ​ນາ​ຢ່າງ​ແຮງ, ເຂົ້າ​ສູ່​ລວງ​ເລິກ ແລະ ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ​ໃນ​ທຸກ​ຂົງ​ເຂດ, ໃນ​ນັ້ນ​ມີ​ຂົງ​ເຂດ​ຮ່ວມ​ມືຍຸດ​ຕິ​ທຳ. ທ່ານ​ປະ​ທານ​ປະ​ເທດ ສະ​ແດງ​ຄວາມ​ຫວັງ​ວ່າ, ພ້​ອມ​ກັບ​ການ​ສະ​ໜັບ​ສະ​ໜູນ, ການ​ຊ່ວຍ​ເຫຼືອ​ຂອງ​ການ​ນຳ​ສານ​ສູງ​ສຸດ 2 ປະ​ເທດ ແລະ ຄວາມ​ມາ​ນະ​ພະ​ຍ​າ​ຍາມ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສານ​ປະ​ຊາ​ຊົນ​ສູງ​ສຸດ 2 ປະ​ເທດ ຈະ​ນັບ​ມື້​ນັບ​ພັດ​ທະ​ນາ, ບັນ​ລຸ​ປະ​ສິດ​ທິ​ຜົນ​ຢ່າງ​ແທດ​ຈິງ.

      ສ່ວນ​ທ່ານ​ປະ​ທານ​ສານ​ສູງ​ສຸດສະ​ຫະ​ພັນ​ລັດ​ເຊຍ Mikhailovich Lebedev ໃຫ້​ຮູ້​ວ່າ, ໃນ​ປີ 2008, ສານ​ສູງ​ສຸດ 2 ປະ​ເທດ​ໄດ້​ລົງ​ນາມ​ຂໍ້​ຕ​ົກ​ລົງ​ຮ່ວມ​ມື. ຕ​າມນັ້ນ​ແລ້ວ, ໃນ​ຫຼາຍ​ປີ​ຜ່ານ​ມາ, ການ​ຮ່ວມ​ມື, ການ​ໜູນ​ຊ່ວຍເຊິ່ງ​ກັນ ແລະ ກັນ​ໄດ້​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ຢ່າງ​ແທດ​ຈິງ. ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ, 2 ຝ່າຍ​ເຫັນ​ດີ​ນຳ​ກັນ​ສືບ​ຕໍ່​ເພີ່ມ​ທ​ະ​ວີ​ການ​ແລກ​ປ່ຽນ​ບັນ​ດາ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ຂັ້ນ​ຊ່ຽວ​ຊານ; ສະ​ໜັບ​ສະ​ໜູນ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ສານ​ຂັ້ນ​ແຂວງ 2 ປະ​ເທດ​ແຮກ​ສ່ຽວ​ກັນ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ນຳ​ກັນ.

      ພາຍ​ຫຼັງ​ການ​ຕ້ອນ​ຮັບ,ໂດຍ​ຕາງ​ໜ້າ​ໃຫ້​ລັດ​ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ​ໄດ້​ມອບ​ຫຼຽ​ນ​ໄຊ​ມິດ​ຕະ​ພາບ​ໃຫ້​ທ່ານ Mikhailovich Lebedev, ປະ​ທານ​ສານ​​ສູງ​ສຸດ​ສະ​ຫະ​ພັນ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ