ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ຕາແສງເກາະໂຖຈູ,ແຂວງກຽນຢາງ
ທ່ານປະທານປະເທດ ເຈືອງເຕີນຊາງ ຢື້ຢາມຖາມຂ່າວປະຊາຊົນໃນຕາແສງ
(ພາບ: Tuổi trẻ)
(vovworld) – ຕອນເຊົ້າວັນທີ 3/9, ທ່ານປະທານປະເທດ ເຈືອງເຕີນຊາງ ພ້ອມກັບຄະນະປະຕິບັດງານຂອງສູນກາງໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ຕາແສງ ໂຖຈູ, ເມືອງ ຟູ໋ກວກ, ແຂວງກຽນຢາງ, ນີ້ແມ່ນຕາແສງເກາະທີ່ນອນໃນເຂດທະເລທາງທິດຕາເວັນຕົກສ່ຽງໃຕ້ຂອງປະເທດຊາດ. ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເຮັດວຽກກັບການນຳແຂວງກຽນຢາງກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢູ່ໃນບໍລິເວນແຂວງ. ທີ່ການເຮັດວຽກ, ການນຳແຂວງກຽນຢາງສະເໜີກັບທ່ານປະທານປະເທດ ແລະ ລັດຖະບານຍົກລະດັບຕາແສງ ໂຖຈູ ຂຶ້ນເປັນເມືອງ ໂຖຈູ ທີ່ຂຶ້ນກັບແຂວງກຽນຢາງ.
ກ່ອນໜ້ານັ້ນ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ໄປຢ້ຽມຢາມ ກອງພັນໃຫຍ່152, ກອງບັນຊາການທະຫານເຂດ 9, ປ້ອມປ້ອງກັນຊາຍແດນ ໂຖຈູ, ທີ່ຂຶ້ນກັບກອງບັນຊາການທະຫານປ້ອງກັນຊາຍແດນແຂວງກຽນຢາງ. ທ່ານປະທານປະເທດ ຍັງໄປຢ້ຽມຢາມຄອບຄົວຊາວປະມົງ ຮວີ່ນບິ່ງເຂີຍ, ຢ້ຽມຢາມທ່າທະເລ ໂຖຈູ, ມອບຂອງຂວັນໃຫ້ພວກຫຼານເຍົາວະຊົນ ແລະ ພວກນ້ອງນັກຮຽນທີ່ທຸກຍາກໃນເກາະ. ທ່ານປະທານປະເທດກໍ່ໂອ້ລົມ ແລະ ຢື້ຢາມຖາມຂ່າວຊີວິດການເປັນຢູ່ຂອງຊາວປະມົງໃນເກາະໂຖຈູອີກດ້ວຍ.