ປະທານປະເທດເຈືອງເຕີນຊາງອວຍພອນປີໃໝ່ກຳມະກອນຢູ່ນະຄອນໂຮ່ຈີມິນ
ປະທານປະເທດເຈືອງເຕີນຊາງ ອວຍພອນປີໃໝ່ ກຳມະກອນນະຄອນ ໂຮ່ຈີມິນ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 31/1 (ກົງກັນວັນທີ 1 ບຸນເຕັດ), ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ກຳມະກອນບໍລິສັດຈຳກັດເກີບໜັງ ເຮວຟອງ, ເມືອງ ກໍ່ເວີບ. ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຮັບຟັງ ແລະ ໂອ້ລົມກັບບັນດາກຳມະກອນກ່ຽວກັບບັນຫາຕ່າງໆເຊິ່ງກຳມະກອນມີຄວາມສົນໃຈຄື: ເງິນເດືອນ, ເງິນບຸນເຕັດ, ຊີວິດການເປັນຢູ່ຂອງກຳມະກອນ. ທ່ານປະທານປະເທດ ເຈືອງເຕີນຊາງ ໃຫ້ຮູ້ວ່າ ປີ 2014 ຈະແມ່ນປີເປີດອອກບັນດາຕະຫຼາດໃຫຍ່ຄື: ອາເມລິກາ, ປະຊາຄົມ 12 ປະເທດ APEC, ສະຫະພາບເອີລົບ, ສະຫະພັນ ລັດເຊຍ... ນັ້ນຈະແມ່ນກາລະໂອກາດ ແລະ ສິ່ງທ້າທາຍໃຫ້ແກ່ບໍລິສັດ ເຮວຟອງ ກໍ່ຄືບັນດາວິສາຫະກິດພາຍໃນປະເທດ:
“ໄລຍະຈະມາເຖິງ, ຕະຫຼາດ ຫວຽດນາມ ໄດ້ເປີດປະຕູ ແລະ ເຂົາເຈົ້າກໍ່ຈະເປີດປະຕູໃຫ້ແກ່ ຫວຽດນາມ. ຫວັງວ່າ ພວກເຮົາຕ້ອງກຳແໜ້ນກາລະໂອກາດ ແຕ່ກໍ່ຕ້ອງມີລະມັດລະວັງຕໍ່ການທ້າທາຍຕ່າງໆ ເພື່ອນຳປະເທດຊາດພັດທະນາກ່ວາ. ອວຍພອນໃຫ້ອ້າຍເອື້ອຍນ້ອງກຳມະກອນ, ຄະນະການນຳໂຮງງານ, ອົງຄະນະພັກ, ກຳມະບານ ປີໃໝ່ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ”
ກໍ່ໃນຕອນເຊົ້າວັນທີ 31/1, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່ກຳມະກອນຢູ່ຫໍຜັກທີ່ເຂດຜະລິດສົ່ງອອກ ເຕີນທ້ວນ, ເມືອງ 7.